ກອງທັບຈີນແລະຫວຽດນາມດຳເນີນການລາດຕະເວນຮ່ວມຄັ້ງທີ 33 ຢູ່ອ່າວເປີຍປູ້

2022-11-25 15:14:35 cri


    ວັນທີ 24 ພະຈິກນີ້, ກຳປັ່ນຮ້ານຈົ່ງ, ກຳປັ່ນກວາງຢວນ ຂອງທະຫານເຮືອຈີນ ກັບ ກຳປັ່ນທະຫານເຮືອຫວຽດນາມ ໄດ້ປະກອບເປັນໜ່ວຍກຳປັ່ນ ຢູ່ເຂດທະເລອ່າວເປີຍປູ້, ດຳເນີນການລາດຕະເວນຮ່ວມຄັ້ງທີ 33 ຢູ່ອ່າວເປີຍປູ້, ແລະຈັດການຝຶກຊ້ອມກູ້ໄພຮ່ວມ.


    ການລາດຕະເວນຮ່ວມເທື່ອນີ້ດຳເນີນໄປເປັນເວລາ 2 ວັນ, ແມ່ນການລາດຕະເວນຮ່ວມຄັ້ງທີ 33 ພາຍຫຼັງຈີນກັບຫວຽດນາມເຊັນ “ສັນຍາລາດຕະເວນຮ່ວມອ່າວເປີຍປູ້ທະຫານເຮືອຈີນ-ຫວຽດນາມ”, ແລະແມ່ນການລາດຕະເວນຮ່ວມຄັ້ງທຳອິດ ພາຍຫຼັງຈີນກັບຫວຽດນາມປະກາດ “ຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີແລະລົງເລິກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ຫວຽດນາມ”.