ອົງການຄຸ້ມຄອງຢາເອີຣົບ: ກຸ່ມຄົນທີ່ມີຄວາມສ່ຽງສູງໃນການຕິດເຊື້ອໂຄວິດ-19 ຄວນສັກວັກຊີນຕ້ານໂຄວິດ-19 ເຂັມກະຕຸ້ນຢ່າງທັນເວລາ

2022-11-25 16:53:36 cri

      ວັນທີ 24 ພະຈິກນີ້, ອົງການຄຸ້ມຄອງຢາເອີຣົບໃຫ້ຮູ້ວ່າ: ຄຽງຄູ່ກັບລະດູໜາວທີ່ມາເຖິງກໍຄືເຊື້ອພະຍາດໂຄວິດ-19 ໄດ້ກາຍພັນຢ່າງວ່ອງໄວ, ກຸ່ມຄົນທີ່ມີຄວາມສ່ຽງສູງໃນການຕິດເຊື້ອໂຄວິດ-19  ເຊັ່ນ: ຜູ້ທີ່ມີອາຍຸ 60 ປີຂຶ້ນໄປ,ຜູ້ທີ່ມີພູມຕ້ານທານອ່ອນແອແລະອື່ນໆຄວນສັກວັກຊີນຕ້ານໂຄວິດ-19 ເຂັມກະຕຸ້ນຢ່າງທັນເວລາ.

      ໃນມື້ດັ່ງກ່າວ, ເຈົ້າໜ້າທີ່ບໍລິຫານດ້ານຍຸດທະສາດວັກຊີນຂອງອົງການຄຸ້ມຄອງຢາເອີຣົບໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຜ່ານທາງອອນລາຍວ່າ: ເຊື້ອພະຍາດໂຄວິດ-19 ພວມກາຍພັນຢ່າງວ່ອງໄວ, ເຊື້ອພະຍາດໂອມິຄຣອນ BQ.1.1 ແລະຊະນິດອື່ນໆໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງແລະພວມເຂົ້າມາແທນເຊື້ອພະຍາດໂອມິຄຣອນ BA.5 ທີ່ພວມແຜ່ລະບາດຢູ່ໃນປັດຈຸບັນ, ຄວາມສາມາດຕ້ານພູມຕ້ານທານແລະການມີຊີວິດຂອງເຊື້ອພະຍາດຣຸ່ນໃໝ່ເຫຼົ່ານີ້ມີຄວາມແຂງແຮງຫຼາຍກວ່າເກົ່າ,ອາດຈະເຮັດໃຫ້ວິທີການປິ່ນປົວດ້ວຍການສ້າງພູມຕ້ານທານໃດໜຶ່ງແມ່ນບໍ່ສາມາດປະສົບຜົນສຳເລັດໄດ້.