ທ່ານສີຈິ້ນຜິງແລະປະທານາທິບໍດີສາທາລະນະລັດປະຊາທິປະໄຕກົງໂກສົ່ງໂທລະເລກອວຍພອນເຊິ່ງກັນແລະກັນ

2022-11-25 14:32:43 CRI

 

ຕາມຂ່າວCRI: ວັນທີ 24 ພະຈິກນີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນແລະທ່ານເຟລິກ ຊີເຊເຄດີ,ປະທານາທິບໍດີສາທາລະນະລັດປະຊາທິປະໄຕກົງໂກໄດ້ສົ່ງໂທລະເລກອວຍພອນເຊິ່ງກັນແລະກັນ, ເນື່ອງໃນໂອກາດສະເຫຼີມສະຫຼອງການຫັນເປັນປົກກະຕິຂອງສາຍພົວພັນລະຫວ່າງສອງປະເທດຄົບຮອບ 50 ປີ.

 

ເນື້ອໃນສານຂອງທ່ານສີຈິ້ນຜິງຊີ້ອອກວ່າ, ໃນຊຸມປີມໍ່ໆມານີ້, ການຮ່ວມມືຕົວຈິງລະຫວ່າງຈີນ-ສາທາລະນະລັດປະຊາທິປະໄຕກົງໂກໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ, ເຊິ່ງໄດ້ເພີ່ມຄວາມສຸກໃຫ້ແກ່ປະຊາຊົນສອງປະເທດຢ່າງແຂງແຮງ.ຂ້າພະເຈົ້າຍິນດີພະຍາຍາມຮ່ວມກັນກັບທ່ານປະທານາທິບໍດີເຟລິກ ຊີເຊເຄດີ, ຖືການຫັນເປັນປົກກະຕິຂອງສາຍພົວພັນລະຫວ່າງສອງປະເທດຄົບຮອບ 50 ປີເປັນໂອກາດທີ່ດີ, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ເພີ່ມທະວີການຮ່ວມມືໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຮ່ວມກັນສ້າງສະພາບການໃໝ່ດ້ານການພົວພັນລະຫວ່າງຈີນ-ສາທາລະນະລັດປະຊາທິປະໄຕກົງໂກ.

 

ເນື້ອໃນສານຂອງທ່ານເຟລິກ ຊີເຊເຄດີລະບຸວ່າ: ຍິນດີລົງເລິກມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຢ່າງຕໍ່ເນື່ອງ,ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສາທາລະນະລັດປະຊາທິປະໄຕກົງໂກ-ຈີນໄດ້ຮັບຜົນສຳເລັດໃໝ່, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດ.