ຈີນຕອບຄຳຖາມກ່ຽວກັບບັນຫາອູແກຣນວ່າ: ເອົາໃຈໃສ່ນຳບັນຫາສະພາບການມະນຸດສະທຳຂອງອູແກຣນມາໂດຍຕະຫຼອດ

2022-11-26 11:29:16 cri

ວັນທີ 25 ພະຈິກນີ້, ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວໄດ້ຖາມເຖິງບັນຫາສະພາບການ ຫຼ້າສຸດຂອງອູແກຣນ.


ຕໍ່ເລື່ອງນີ້, ທ່ານນາງ ເມົານີງ ກ່າວວ່າ, ຈີນເອົາໃຈໃສ່ນຳບັນຫາສະພາບການມະນຸດສະທຳຂອງອູແກຣນມາໂດຍຕະຫຼອດ, ພວກເຮົາເຫັນວ່າ, ການເຮັດໃຫ້ສະພາບຄວາມຮຸນແຮງຜ່ອນຄາຍລົງໂດຍໄວ ໂດຍຜ່ານການເຈລະຈາກັນນັ້ນ ເປັນວຽກງານຮີດດ່ວນທີ່ສຸດໃນປັດຈຸບັນ ກໍ່ແມ່ນວິທີພື້ນຖານໃນການແກ້ໄຂບັນຫາ. ພວກເຮົາຫວັງວ່າ ປະຊາຄົມໂລກຈະພ້ອມກັນເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ ເພື່ອຊຸກຍູ້ສະພາບຄວາມຮຸນແຮງໃຫ້ຜ່ອນຄາຍລົງ ແລະ ແກ້ໄຂວິກິດການດ້ວຍວິທີທາງການເມືອງ, ຝ່າຍຈີນໄດ້ເຮັດແບບນີ້ຕະຫຼອດມາ.