ອົງການຮ່ວມປະຈຳກ່ຽວກັບບົດບັນທຶກຄວາມເຂົ້າໃຈລະຫວ່າງຕູຣາເຄຍ-ຊູແອັດ-ແຟງລັງຈັດກອງປະຊຸມຄັ້ງທີ 2

2022-11-26 11:32:32 cri

ວັນທີ 25 ພະຈິກນີ້ຕາມເວລາທ້ອງຖິ່ນ, ກະຊວງການຕ່າງປະເທດຕູຣາເຄຍໄດ້ອອກຖະແຫຼງການວ່າ: ກອງປະຊຸມຄັ້ງທີ 2 ຂອງອົງການຮ່ວມປະຈຳກ່ຽວກັບບົດບັນທຶກຄວາມເຂົ້າໃຈລະຫວ່າງຕູຣາເຄຍ-ຊູແອັດ-ແຟງລັງ ໄດ້ຈັດຂຶ້ນຢູ່ສະໂຕໂຄມ ນະຄອນຫຼວງປະເທດຊູແອັດ.


ຖະແຫຼງການລະບຸວ່າ: ເປົ້າໝາຍຂອງການຈັດຕັ້ງອົງການຮ່ວມປະຈຳດັ່ງກ່າວ ແມ່ນເພື່ອຮັບປະກັນໃຫ້ຈັດຕັ້ງປະຕິບັດສັນຍາສາມຝ່າຍ. ບັນດາຝ່າຍເຫັນດີສືບຕໍ່ເຮັດວຽກເພື່ອຈັດຕັ້ງປະຕິບັດສັນຍາ.


ອີງຕາມລະບຽບການທີ່ກ່ຽວຂ້ອງ, ຊູແອັດ ແລະ ແຟງລັງຮ້ອງຂໍເຂົ້າຮ່ວມນາໂຕ ຕ້ອງໄດ້ຮັບຄວາມເຫັນດີເປັນເອກະພາບກັນຈາກ 30 ປະເທດສະມາຊິກຂອງນາໂຕ. ປັດຈຸບັນ, ສັນຍາກ່ຽວກັບສອງປະເທດນີ້ເຂົ້າຮ່ວມນາໂຕນັ້ນ ເຫຼືອແຕ່ລັດຖະສະພາຂອງຕູຣາເຄຍ ແລະ ຮຸງກາຣີຍັງບໍ່ທັນໃຫ້ສັດຕະຍາບັນເທື່ອ.