ຖະແຫຼງການຮ່ວມກ່ຽວກັບການລົງເລິກການພົວພັນສອງປະເທດໃນຍຸກໃໝ່ລະຫວ່າງ ສປ ຈີນ ກັບ ສາທາລະນະລັດກູບາ

2022-11-26 11:26:22 cri

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ສີຈີິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ທ່ານ ມິເກວ ດີອາສ ຄາເນວ ເບີມູເດັສ ເລຂາທີໜຶ່ງຂອງຄະນະກຳມະການສູນກາງພັກ ຄອມມູນິດກູບາ ປະທານປະເທດກູບາໄດ້ຢ້ຽມຢາມ ສປ ຈີນທາງລັດຖະກິດລະຫວ່າງວັນທີ 24 ຫາ 26 ພະຈິກນີ້.


ໃນໄລຍະຢ້ຽມຢາມ, ທ່ານ ສີຈີ້ນຜິງ ໄດ້ພົບປະກັບທ່ານ ດີອາສ ຢ່າງສະໜິດສະໜົມ.


ປະມຸກລັດສອງປະເທດ ໄດ້ຕີລາຄາຢ່າງສູງຕໍ່ມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປ ຈີນ ກັບ ສາທາລັດນະລັດກູບາ ແລະ ກ່າວເນັ້ນໜັກວ່າ, ຈີນ ແລະ ກູບາລ້ວນແຕ່ເປັນປະເທດສັງຄົມນິຍົມ, ລ້ວນແຕ່ເດັດດ່ຽວປົກປັກຮັກສາ ອະທິປະໄຕ ຄວາມເປັນເອກະລາດ ຄວາມສາມັກຄີແຫ່ງລັດ ແລະ ກຽດສັກສີຂອງຊາດ, ຍຶດໝັ້ນເດີນຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງ ປະເທດຕົນຢ່າງສະເໝີຕົ້ນສະເໝີປາຍ ແລະ ໄດ້ຮັບຜົນງານອັນໃຫຍ່ຫຼວງ.


ປະມຸກລັດສອງປະເທດ ໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບການພົວພັນ ລະຫວ່າງສອງພັກ ສອງລັດຈີນ-ກູບາ ພ້ອມດ້ວຍບັນຫາສາກົນ ແລະ ພາກພື້ນ ທີ່ໃຫ້ຄວາມສົນໃຈຮ່ວມຢ່າງເລິກເຊິ່ງ ໂດຍກ່າວວ່າ ຈະສືບຕໍ່ຊຸກຍູ້ໃຫ້ຈັດຕັ້ງປະຕິບັດຄວາມຮັບຮູ້ຄືກັນທີ່ສຳຄັນ, ເປັນເອກະພາບກັນເຫັນດີຈະສືບຕໍ່ເພີ່ມທະວີ ການຊີ້ນຳນຳພາດ້ານການເມືອງຕໍ່ການພົວພັນລະຫວ່າງສອງພັກສອງລັດ, ເພີ່ມ ທະວີການຢ້ຽມຢາມເຊິ່ງກັນແລະກັນ ແລະ ການສົນທະນາທາງການເມືອງ ລະຫວ່າງການນຳຂັ້ນສູງ, ຊຸກຍູ້ການໄປມາຫາສູ່ກັນລະຫວ່າງຂັ້ນຕ່າງໆ ແລະ ການຮ່ວມມືກັນໃນຂົງເຂດຕ່າງໆ, ນຳໃຊ້ກົນໄກການຮ່ວມມືປະເພດຕ່າງໆໃຫ້ດີ, ລົງເລິກການພົວພັນມິດຕະພາບພິເສດລະຫວ່າງຈີນ ກັບ ກູບາໃນຍຸກໃໝ່ຢ່າງ ຕໍ່ເນື່ອງ, ພ້ອມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ກູບາ ໃນຂະບວນການສ້າງ ປະຊາຄົມຮ່ວມຊາຕາກຳຂອງມວນນະມຸດ.