ຈີນເດັດດ່ຽວຄັດຄ້ານບາງຄົນທີ່ນຳໃຊ້ມະໂນພາບຄວາມໝັ້ນຄົງແຫ່ງຊາດໃນຂອບເຂດກວ້າງເກີນໄປເພື່ອກົດດັນວິສາຫະກິດຈີນໂດຍບໍ່ມີເຫດຜົນ

2022-11-26 11:18:28 cri

ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວໃນວັນທີ 25 ພະຈິກນີ້. ມີນັກຂ່າວຖາມເຖິງເລື່ອງທີ່ລັດຖະບານອັງກິດອອກຄຳສັ່ງໃນວັນທີ 24 ພະຈິກ ໂດຍຖື “ການພິຈາລະນາເຖິງຄວາມໝັ້ນຄົງ” ເປັນຂໍ້ອ້າງ ໃຫ້ຢຸດໃຊ້ກ້ອງວົງຈອນປິດທີ່ຜະລິດໂດຍຈີນໃນຕຶກອາຄານຂອງພາກສ່ວນຈຳນວນໜຶ່ງ.


ຕໍ່ກັບເລື່ອງນີ້, ທ່ານນາງ ເມົານີງ ກ່າວວ່າ: ແຕ່ໃດມາ ລັດຖະບານຈີນໄດ້ສົ່ງເສີມໃຫ້ວິສາຫະກິດຈີນດຳເນີນການຮ່ວມມືດ້ານການຄ້າ ແລະ ການລົງທຶນ ກັບຕ່າງປະເທດບົນພື້ນຖານເຄົາລົບກົດໝາຍທ້ອງຖິ່ນ ໂດຍອີງຕາມຫຼັກການຕະຫຼາດແລະກະຕິກາສາກົນ. ຈີນເດັດດ່ຽວຄັດຄ້ານບາງຄົນທີ່ນຳໃຊ້ມະໂນພາບຄວາມໝັ້ນຄົງແຫ່ງຊາດໃນຂອບເຂດກວ້າງເກີນໄປເພື່ອກົດດັນວິສາຫະກິດຈີນໂດຍບໍ່ມີເຫດຜົນ. ພວກເຮົາຈະສືບຕໍ່ຕິດຕາມເລື່ອງນີ້, ລັດຖະບານຈີນກໍຈະປົກປັກຮັກສາສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງວິສາຫະກິດຈີນຢ່າງເດັດດ່ຽວ.