ນາຍົກຈີນສົ່ງສານຊົມເຊີຍໄປຍັງນາຍົກຄົນໃໝ່ຂອງມາເລເຊຍ

2022-11-26 11:21:48 cri

ວັນທີ 25 ພະຈິກນີ້, ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ສົ່ງສານ ໄປຍັງທ່ານ ອັນວາ ອິບຣາຮິມ ເພື່ອຊົມເຊີຍທ່ານຂຶ້ນຮັບຕຳແໜ່ງນາຍົກລັດຖະມົນຕີມາເລເຊຍ.


ໃນສານຊົມເຊີຍຂອງທ່ານ ຫຼີເຄີ້ສຽງ ລະບຸວ່າ: ຈີນ ແລະ ມາເລເຊຍແມ່ນປະເທດເພື່ອນໃກ້ເຮືອນຄຽງທີ່ດີມາແຕ່ບູຮານນະການ, ການພົວພັນລະຫວ່າງສອງປະເທດ ໄດ້ຮັກສາທ່ວງທ່າຂະຫຍາຍຕົວທີ່ດີມາໂດຍຕະຫຼອດ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດໄດ້ຮັບການປັບປຸງໃຫ້ໝັ້ນຄົງຢ່າງຕໍ່ເນື່ອງ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ໄດ້ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ ແລະ ພາກພື້ນ. ຂ້າພະເຈົ້າຍິນດີຮ່ວມກັບທ່ານນາຍົກ ອັນວາ ທຳຄວາມພະຍາຍາມ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ກ້າວໄປສູ່ທິດທາງໃຫຍ່ທີ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ມາເລເຊຍຢ່າງໜັກແໜ້ນ, ສ້າງຄວາມສຸກໃຫ້ແກ່ສອງປະເທດ ແລະ ປະຊາຊົນສອງປະເທດໃຫ້ດີກວ່າເກົ່າ.