ລົດໂດຍສານທີ່ໃຊ້ພະລັງງານໃໝ່ຂອງຈີນຊ່ວຍສ້າງ “ການແຂ່ງຂັນເຕະບານໂລກແບບສີຂຽວ”

2022-11-26 12:18:52 cri


ການແຂ່ງຂັນເຕະບານໂລກກາຕາ ກຳລັງດຳເນີນຢ່າງຄຶກຄື້ນ, ຢູ່ຕາມຖະໜົນຫົນທາງຂອງນະຄອນຫຼວງໂດຮາ ຈະໄດ້ເຫັນລົດບັດສຫຼາຍສີທີ່ບັນຈຸກອງເຊຍບານເຕະຫຼາຍໆຄັນແລ່ນໄປມາ, ໃນນັ້ນ ລົດສ່ວນຫຼາຍແມ່ນລົດໂດຍສານພະລັງງານໃໝ່ຂອງຈີນ.

ນອກຈາກສົ່ງອອກຜະລິດຕະພັນແລ້ວ, ວິສາຫະກິດຈີນຍັງໄດ້ຮ່ວມມືກັບກາຕາຢ່າງເລິກເຊິ່ງ, ໂດຍໄດ້ສ້າງໂຮງງານຜະລິດລົດໂດຍສານທີ່ໃຊ້ໄຟຟ້າຢູ່ເຂດການຄ້າເສລີກາຕາ, ບັນລຸການບຸກທະລຸຈາກການສົ່ງອອກສິນຄ້າຢ່າງດຽວຫັນເປັນການສົ່ງອອກເຕັກນິກທີ່ມີມູນຄ່າສູງ.


ການແຂ່ງຂັນເຕະບານໂລກກາຕາ ແມ່ນການແຂ່ງຂັນເຕະບານໂລກຄັ້ງທຳອິດທີ່ໃຊ້ລົດໂດຍສານພະລັງງານໃໝ່ເປັນຫຼັກໃນການບໍລິການ, ທັງແມ່ນງານກິລາຂະໜາດໃຫຍ່ສາກົນຄັ້ງທຳອິດ ທີ່ນຳເຂົ້າລົດໂດຍສານພະລັງງານໃໝ່ຂອງຈີນງວດໃຫຍ່.