ຜົນການສຳ​ຫຼວດ​ຄວາມ​ເຫັນສະແດງໃຫ້ເຫັນວ່າ: ຫຼາຍກວ່າ 80% ຂອງຜູ້ຕອບ​ແບບ​ສອບ​ຖາມໃນທົ່ວໂລກຮຽກຮ້ອງໃຫ້ຫຼີກຈາກການຕິດໂຄວິດ-19 ໃຫ້ຫຼາຍກວ່າເກົ່າ

2022-11-27 14:23:57 cri

ປັດຈຸບັນ, ເຊື້ອພະຍາດໂຄວິດ-19 ຍັງສືບຕໍ່ແພ່ລະບາດໃນທົ່ວໂລກ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຜູ້ເສຍຊີວິດຈາກເຊື້ອພະຍາດໂຄວິດ-19 ໃນທົ່ວໂລກມີຫຼາຍກວ່າລ້ານຄົນແລ້ວ ແລະເຊື້ອພະຍາດຍັງສືບຕໍ່ກາຍພັນຢ່າງບໍ່ຢຸດຢັ້ງ. ກ່ອນໜ້ານີ້ບໍ່ດົນ, CGTN ຂອງວິທະຍຸໂທລະພາບສູນກາງຈີນໄດ້ດຳເນີນການສຳຫຼວດຄວາມເຫັນຂອງຊາວເນັດທົ່ວໂລກ ເຊິ່ງຜົນການສຳຫຼວດສະແດງໃຫ້ເຫັນວ່າ: ມີ 85,4% ຂອງຜູ້ຕອບແບບສອບຖາມເຫັນວ່າ ຄວນປະຕິບັດມາດຕະການໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເພື່ອຫຼີກລ່ຽງບໍ່ໃຫ້ມີການຕິດເຊື້ອພະຍາດໂຄວິດ-19 ໃຫ້ຫຼາຍກວ່າເກົ່າ.

ຜົນການຄົ້ນຄວ້າວິທະຍາສາດສະແດງໃຫ້ເຫັນວ່າ: ຜູ້ຕິດເຊື້ອຈຳນວນໜຶ່ງຍັງຄົງມີ “ອາການຕົກຄ້າງ” ພາຍຫຼັງຕິດເຊື້ອພະຍາດໂຄວິດ-19 ເປັນເວລາຫຼາຍເດືອນ ເຊັ່ນ: ອ່ອນເພຍ, ເຈັບຫົວ, ຫາຍໃຈຍາກ, ດັງບໍ່ໄດ້ກິ່ນແລະອື່ນໆ. ມີຫຼາຍກວ່າ 60% ຂອງຜູ້ຕອບການສຳພາດສະແດງ “ຄວາມເປັນຫ່ວງທີ່ສຸດ” ຕໍ່ກັບເລື່ອງນີ້.