ຈີນໄດ້ຄອງແຊັມການແຂ່ງຂັນໝາກເສິກໂລກປະເພດໝູ່ຄະນະຊາຍ2022

2022-11-27 13:30:58 cri



ການແຂ່ງຂັນໝາກເສິກໂລກປະເພດໝູ່ຄະນະຊາຍ2022ໄດ້ຈັດຂຶ້ນຢູ່ນະຄອນເຢຣູຊາແລມລະຫວ່າງວັນທີ 20-25 ພະຈິກນີ້.  ໃນການແຂ່ງຂັນຮອບຊີງ ຊະນະເລີດສອງຮອບສຸດທ້າຍ, ທີມຊາດຈີນໄດ້ຄອງແຊັມໂດຍສາມາດເອົາ ຊະນະທີມຊາດອຸສເບກີສະຖານທີ່ເປັນຄູ່ແຂ່ງຂັນທີ່ເຂັ້ມແຂງໄດ້. 

 



ການແຂ່ງຂັນໝາກເສິກໂລກປະເພດໝູ່ຄະນະເປັນໜຶ່ງໃນການແຂ່ງຂັນປະ ເພດໝູ່ຄະນະລະດັບສູງສຸດຢູ່ໃນໂລກທີ່ສອງປີໃດຈັດຂຶ້ນເທື່ອໜຶ່ງໂດຍສະຫະພັນໝາກເສິກສາກົນ. ສຳລັບການແຂ່ງຂັນໝາກເສິກໂລກປະເພດໝູ່ຄະນະຊາຍ ຄັ້ງນີ້ມີນັກກິລາ 12 ທີມເຊິ່ງລວມທັງ ຈີນ, ຝຣັ່ງ, ອາເມຣິກາ, ໂຮນລັງ, ອິດສະຣາແອນ ເປັນຕົ້ນໄດ້ເຂົ້າຮ່ວມ. ໃນການແຂ່ງຂັນຄັ້ງນີ້, ທີມຊາດຈີນ ໄດ້ຄອງແຊ້ມ, ທີມຊາດອຸສເບກີສະຖານເປັນທີ2, ທີມຊາດແອັສປາຍເປັນທີ 3 ແລະທີມຊາດອິນເດຍເປັນທີ 4.