ທ່ານໂຕກາເຢຟສາບານຕົວຂຶ້ນຮັບຕຳແໜ່ງປະທານາທິບໍດີກາຊັກສະຖານ

2022-11-27 14:09:35 cri

ວັນທີ 26 ພະຈິກນີ້, ພິທີຂຶ້ນຮັບຕຳແໜ່ງຂອງຜູ້ທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີກາຊັກສະຖານ ໄດ້ຈັດຂຶ້ນຢູ່ນະຄອນຫຼວງອັສທານາ. ທ່ານກາຊີມ ໂຈມາດ ໂຕກາເຢຟ ໄດ້ສາບານຕົວຂຶ້ນຮັບຕຳແໜ່ງປະທານາທິບໍດີກາຊັກສະຖານ.

ຕາມສຳນັກຂ່າວສານກາຊັກສະຖານລາຍງານວ່າ: ຄະນະກໍາມະການເລືອກຕັ້ງສູນກາງກາຊັກສະຖານໄດ້ມອບເອກະສານທີ່ກ່ຽວຂ້ອງໃຫ້ແກ່ທ່ານກາຊີມ ໂຈມາດ ໂຕກາເຢຟໃນພິທີດັ່ງກ່າວ ແລະທ່ານ ກາຊີມ ໂຈມາດ ໂຕກາເຢຟ ໄດ້ສາບານຕົວຂຶ້ນຮັບຕຳແໜ່ງປະທານາທິບໍດີກາຊັກສະຖານ. ຫຼັງຈາກນັ້ນ, ທ່ານ ກາຊີມ ໂຈມາດ ໂຕກາເຢຟ ໄດ້ກ່າວປາຖະກະຖາວ່າ: ການເລືອກຕັ້ງປະທານາທິບໍດີເທື່ອເປັນຈຸດເລີ່ມຕົ້ນທີ່ກາຊັກສະຖານຈະກ້າວເຂົ້າສູ່ຍຸກໃໝ່ແຫ່ງການພັດທະນາ.