ສື່ຍີ່ປຸ່ນເຫັນວ່າ ຍີ່ປຸ່ນຈະຕ້ອງເສຍຄ່າຕອບແທນສູງເນື່ອງຈາກປະຕິເສດນ້ຳມັນເຊື້ອໄຟຣັດເຊຍ

2022-11-27 13:36:52 cri

ໜັງສືພິມເຄອີຈາຍຊິມບູນຍີ່ປຸ່ນລາຍງານເມື່ອມໍ່ໆມານີ້ວ່າ: ການໃຊ້ມາດ ຕະການລົງໂທດຕໍ່ຣັດເຊຍກຳລັງສົ່ງຜົນກະທົບອັນໜັກໜ່ວງຕໍ່ວິສາຫະກິດແລະຜູ້ບໍລິໂພກຍີ່ປຸ່ນ,  ຊາວຍີ່ປຸ່ນຈຳເປັນຈະຕ້ອງເສຍຄ່າຕອບແທນສູງເນື່ອງຈາກ ປະຕິເສດການນຳໃຊ້ນ້ຳມັນເຊື້ອໄຟຣັດເຊຍ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ປັດຈຸບັນ, ຍີ່ປຸ່ນຈະເພິ່ງພາອາໄສການນຳເຂົ້ານ້ຳມັນ ເຊື້ອໄຟຈາກເຂດຕາເວັນອອກກາງເພີ່ມຫຼາຍຂຶ້ນ, ເມື່ອໃດຫາກເກີດມີບັນຫາ, ບວກກັບຂາດການສະໜອງນ້ຳມັນເຊື້ອໄຟຈາກຣັດເຊຍ, ກໍຈະເພີ່ມຄວາມສ່ຽງ ຕໍ່ຍີ່ປຸ່ນ. ນອກນີ້, ຖ້າບໍ່ມີການສະໜອງນ້ຳມັນເຊື້ອໄຟຂອງຣັດເຊຍ, ການຂົນ ສົ່ງນ້ຳມັນດ້ວຍກຳປັ່ນທີ່ເດີນທາງໄລຍະໄກທາງທະເລທີ່ມີຄ່າສູງຈະເຮັດໃຫ້ຕົ້ນທຶນການນຳເຂົ້ານ້ຳມັນເຊື້ອໄຟຂອງຍີ່ປຸ່ນເພີ່ມຂຶ້ນ. ລາຍງານຂ່າວຍັງແຈ້ງໃຫ້ຮູ້ວ່າ: ຂະແໜງການທີ່ກ່ຽວຂ້ອງຂອງຍີ່ປຸ່ນຈະປະເຊີນກັບສິ່ງທົດສອບອັນຂ້ຽວຂາດ.