ການຮ່ວມມືດ້ານອະວະກາດໄດ້ສ່ອງແສງໃຫ້ເຫັນເຖິງຄວາມໂອບເອື້ອອາລີຂອງຈີນໃນການສ້າງ “ຖິ່ນຖານໃນອະວະກາດ”

2022-11-28 16:18:58 CRI

ອະວະກາດຊັ້ນນອກແມ່ນເປັນຂອງມວນມະນຸດ, ການຄົ້ນຄວ້າອະວະກາດແມ່ນພາລະກິດຮ່ວມກັນຂອງມວນມະນຸດ. ຫວ່າງມໍ່ໆມານີ້ ທ່ານຈ້າວລີ້ຈ່ຽນ ໂຄສົກ ກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ສະຖານີອະວະກາດຂອງຈີນ ຈະເປີດປະຕູຕໍ່ທຸກປະເທດສະມາຊິກອົງການສະຫະປະຊາຊາດ. ຄຳວ່າ “ສະຖານີອະວະກາດຂອງຈີນ ເປີດປະຕູຕໍ່ທຸກປະເທດສະມາຊິກອົງການສະຫະປະຊາຊາດ” ແມ່ນພາກສ່ວນທີ່ສຳຄັນໃນຂໍ້ລິເລີ່ມ “ທົ່ວໂລກຊົມໃຊ້ອະວະກາດຮ່ວມກັນ” ຂອງອົງການສະຫະປະຊາຊາດ.

ນັບແຕ່ເລີ່ມສ້າງໂຄງການ “ສະຖານີອະວະກາດທ່ຽນກຸ່ງ”, “ຄວາມຄອບຄຸມແລະເປີດກວ້າງ” ກໍແມ່ນໜຶ່ງໃນຫຼັກການອອກແບບຂອງຈີນ. ຄຽງຄູ່ກັບຫ້ອງທົດລອງ “ເມິ້ງທ່ຽນ” ໄດ້ປັບປ່ຽນຕຳແໜ່ງຢ່າງສຳເລັດຜົນ, ສະຖານີອະວະກາດທ່ຽນກຸ່ງທີ່ເປັນຮູບໂຕ“T” ກໍໄດ້ປະກອບສຳເລັດໂດຍພື້ນຖານແລ້ວ, ໃນສະຖານີອະວະກາດຈີນ ມີເງື່ອນໄຂທີ່ຈະສາມາດດຳເນີນການທົດລອງວິທະຍາສາດຕ່າງໆ ເຊັ່ນ: ການບົ່ມເພາະພືດໃນອະວະກາດທີ່ເຕີບໂຕວ່ອງໄວ, ການຜັນແປຂອງລັງສີອະວະກາດ, ການຄົ້ນຄວ້າພັດທະນາໂລຫະຕົວນຳປະສິດທິພາບສູງ ແລະ ໂລຫະບັນຈຸຄວາມຈຳເປັນຕົ້ນ. ປັດຈຸບັນ, ມີໂຄງການທົດລອງວິທະຍາສາດຂອງ 17 ປະເທດ ເຊັ່ນ: ສະວິສ, ໂປໂລຍ, ເຢຍລະມັນ ແລະ ອີຕາລີເປັນຕົ້ນ ໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ການທົດລອງໃນສະຖານີອະວະກາດຂອງຈີນແລ້ວ ເຊິ່ງໄດ້ສະແດງໃຫ້ເຫັນວ່າ: ຈີນໄດ້ພະຍາຍາມຢ່າງບໍ່ລົດລະ ເພື່ອຊຸກຍູ້ການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃນຂົງເຂດອະວະກາດ.

ສາມັກຄີ ແລະ ປະສານງານກັນແມ່ນຄວາມຕ້ອງການທີ່ຈຳເປັນຂອງການຄົ້ນຄວ້າອະວະກາດ. ແຕ່ວ່າ ເຫດຜົນທີ່ງ່າຍດາຍແບບນີ້ ພັດບໍ່ສາມາດກາຍເປັນຄວາມເຫັນທີ່ເປັນເອກະພາບກັນຂອງສາກົນໄດ້ ຍ້ອນການຂັດຂວາງຂອງອາເມຣິກາ ແລະ ປະເທດຕາເວັນຕົກອື່ນໆ. ໃນຊຸມປີ 1990, ຈີນຮ້ອງຂໍເຂົ້າຮ່ວມການສ້າງໂຄງການສະຖານີອະວະກາດສາກົນ, ແຕ່ອາເມຣິກາໄດ້ປະຕິເສດໂດຍກົງ. ປີ 2011, ລັດຖະສະພາອາເມຣິກາໄດ້ວາງ “ມາດຕາໂວນຟູ” ໂດຍຫ້າມບໍ່ໃຫ້ອົງການການບິນອະວະກາດອາເມຣິກາ ຫຼື NASA ດຳເນີນການແລກປ່ຽນໃດໆກັບອົງການ ແລະ ຜູ້ຊ່ຽວຊານການບິນອະວະກາດຂອງຈີນ, ຖ້າບໍ່ດັ່ງນັ້ນ, ຈະບໍ່ໄດ້ຮັບງົບປະມານຈາກລັດຖະສະພາອາເມຣິກາ. ແຕ່ວ່າ, ບໍ່ວ່າອາເມຣິກາຈະສ້າງສິ່ງກີດຂວາງໃດໆໃນການຮ່ວມມືດ້ານອະວະກາດກໍຕາມ, ແຕ່ກໍບໍ່ສາມາດສະກັດກັ້ນການບັນລຸເປົ້າໝາຍຍຸດທະສາດຕາມແຜນການຢ່າງໜັກແໜ້ນຂອງຈີນໄດ້.

ນັບແຕ່ຈີນເລີ່ມອະນຸມັດປະຕິບັດໂຄງການການບິນອະວະກາດບັນທຸກຄົນໃນປີ 1992 ຢ່າງເປັນທາງການເປັນຕົ້ນມາ, ຈົນຮອດຈີນສຳເລັດການປະກອບສ້າງສະຖານີອະວະກາດຢູ່ຕາມວົງໂຄຈອນໃນປີ 2022, ຈີນໄດ້ເດີນຜ່ານຂະບວນການທີ່ບໍ່ທຳມະດາເປັນເວລາ 30 ປີ ເພື່ອສ້າງຖິ່ນຖານໃນອະວະກາດ. ຈາກການບິນອະວະກາດບໍ່ໄດ້ບັນທຸກຄົນເຖິງການບິນອະວະກາດບັນທຸກຄົນ, ຈາກການບັນທຸກນັກບິນອະວະກາດຄົນດຽວເຖິງການບັນທຸກນັກບິນອະວະກາດຫຼາຍຄົນ, ຈາກການປະຈຳການຢູ່ໃນສະຖານີອະວະກາດເປັນໄລຍະສັ້ນເຖິງການປະຈຳການເປັນໄລຍະກາງ ແລະ ໄລຍະຍາວ, ຈາກການທົດລອງວິທະຍາສາດຢູ່ໃນສະຖານີອະວະກາດເຖິງການເຄື່ອນໄຫວຢູ່ນອກສະຖານີ. ໃນ 30 ປີມານີ້, ການບິນອະວະກາດຂອງຈີນໄດ້ບຸກທະລຸເຕັກນິກທີ່ສຳຄັນເປັນຂໍກະແຈຫຼາຍຢ່າງ ເຊັ່ນ: ການບິນໄປ-ກັບລະຫວ່າງພື້ນດິນກັບອະວະກາດ, ການເຄື່ອນໄຫວນອກສະຖານີອະວະກາດ, ການເຊື່ອມຕໍ່ລະຫວ່າງຍານອະວະກາດ ແລະ ລະຫວ່າງຍານອະວະກາດກັບສະຖານີອະວະກາດເປັນຕົ້ນ ເຊິ່ງໄດ້ສ້າງພື້ນຖານເຕັກນິກທີ່ໄວ້ໃຈໄດ້ໃນການສ້າງສະຖານີອະວະກາດ. ປັດຈຸບັນນີ້, ຍານອະວະກາດບັນທຸກຄົນເສິນໂຈ່ວ 15 ຈະຖືກສົ່ງຂຶ້ນສູ່ອະວະກາດແລ້ວໃນໄວໆນີ້ ໂດຍຈະປະຕິບັດພາລະກິດການບິນອະວະກາດຄັ້ງສຸດທ້າຍ ໃນໄລຍະການປະກອບສ້າງສະຖານີອະວະກາດຂອງຈີນ ເພື່ອສ້າງພື້ນຖານໃຫ້ແກ່ໄລຍະດຳເນີນງານຂອງສະຖານີອະວະກາດໃນອະນາຄົດ. “ຖິ່ນຖານໃນອະວະກາດ” ທີ່ເປັນຂອງມວນມະນຸດໃກ້ຈະສ້າງສຳເລັດແລ້ວ.


ອະວະກາດເປັນຂອງມວນມະນຸດ ແລະ ກໍຄວນສ້າງຄວາມຜາສຸກໃຫ້ແກ່ ມວນມະນຸດ. ແຕ່ລະປີກໍມີເຕັກນິກໃໝ່ປະມານ 1 ພັນລາຍການທີ່ພັດທະນາມາຈາກໂຄງການອະວະກາດ ໄດ້ຖືກນຳໃຊ້ເຂົ້າໃນຊີວິດປະຈຳວັນ. ສາມາດເວົ້າໄດ້ວ່າ: ຖ້າຢາກບັນລຸການພັດທະນາໃນການຄົ້ນຄວ້າອະວະກາດ ແລະ ບັນລຸຄວາມກ້າວໜ້າດ້ານວິທະຍາສາດເຕັກໂນໂລຊີຂອງມວນມະນຸດ, ຍັງຕ້ອງອີງໃສ່ຄວາມສາມັກຄີ ແລະ ການປະສານງານກັນ, ຕ້ອງປະລະຄວາມຄິດອັນຄັບແຄບທີ່ “ກິນແຕ່ຜູ້ດຽວ” ຫຼື “ເຮັດການປິດລ້ອມດ້ານເຕັກນິກ”, ຕ້ອງເຕົ້າໂຮມຄວາມຮັບຮູ້ຂອງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.