ສະພາແຫ່ງຊາດອີຣານຜ່ານກົດໝາຍວ່າດ້ວຍອີຣານເຂົ້າເປັນສະມາຊິກອົງການຮ່ວມມືຊຽງໄຮ້

2022-11-28 16:08:44 CRI

ວັນທີ 27 ພະຈິກນີ້ຕາມເວລາທ້ອງຖິ່ນ, ສະພາແຫ່ງຊາດອີຣານໄດ້ຜ່ານກົດໝາຍວ່າດ້ວຍອີຣານເຂົ້າເປັນສະມາຊິກອົງການຮ່ວມມືຊຽງໄຮ້ດ້ວຍສຽງເຫັນດີຢ່າງຖ້ວມທົ້ນ.


ຕອນຄ່ຳມື້ດຽວກັນ, ທ່ານໂຮເຊອິນ ອາເມຍ ອັບໂດລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານກ່າວຜ່ານສື່ສັງຄົມອອນລາຍວ່າ: ຜົນການປ່ອນບັດຂອງສະພາແຫ່ງຊາດອີຣານສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງອີຣານ ໃນການເພີ່ມທະວີການຮ່ວມມືດ້ານເສດຖະກິດຂອງພາກພື້ນ ກໍຄືຂອງໂລກ ພ້ອມທັງເພີ່ມທະວີການພົວພັນກັບປະເທດໃນອາຊີ.


ໂຄສົກຄະນະກຳມາທິການຄວາມໝັ້ນຄົງແຫ່ງຊາດແລະນະໂຍບາຍການຕ່າງປະເທດຂອງສະພາແຫ່ງຊາດອີຣານກ່າວພາຍຫຼັງການປ່ອນບັດສິ້ນສຸດລົງວ່າ: ລັດຖະບານອີຣານຈະອະນຸມັດເອກະສານທີ່ກ່ຽວຂ້ອງຕາມຫຼັງ ເພື່ອສ້າງພື້ນຖານໃຫ້ແກ່ອີຣານເຂົ້າເປັນສະມາຊິກອົງການຮ່ວມມືຊຽງໄຮ້.


ກອງປະຊຸມຄັ້ງທີ 22 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ທີ່ຈັດຂຶ້ນຢູ່ນະຄອນຊາມາຄານປະເທດອຸສເບກີສະຖານໃນເດືອນກັນຍາປີນີ້ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍພັນທະຂອງອີຣານໃນການເຂົ້າເປັນສະມາຊິກອົງການຮ່ວມມືຊຽງໄຮ້.