ຜູ້ນຳສູງສຸດອີຣານກ່າວວ່າ: ການເຈລະຈາບໍ່ສາມາດແກ້ໄຂບັນຫາລະຫວ່າງອີຣານກັບອາເມຣິກາໄດ້

2022-11-28 15:18:42 cri


ວັນທີ 26 ພະຈິກ 2022 ໃນໂອກາດພົບປະກັບຜູ້ຕາງໜ້າທະຫານລາດບາຊິຈ໌ ຢູ່ນະຄອນຫຼວງເຕເຮລານປະເທດອີຣານ, ທ່ານອາຢາໂຕລາ ໄຊເຢັດ ອາລີ ຄາເມນີ ຜູ້ນຳສູງສຸດຂອງອີຣານກ່າວວ່າ: ການເຈລະຈາບໍ່ສາມາດແກ້ໄຂບັນຫາລະຫວ່າງອີຣານກັບອາເມຣິກາໄດ້.

ອີງຕາມສະຖານີໂທລະພາບຂ່າວສານອີຣານລາຍງານວ່າ: ວັນທີ 26 ພະຈິກນີ້, ໃນໂອກາດເວົ້າເຖິງບັນຫາຟື້ນຟູການເຈລະຈາການປະຕິບັດສັນຍາຮອບດ້ານກ່ຽວກັບບັນຫານິວເຄຣຍອີຣານ, ທ່ານຄາເມນີ ກ່າວວ່າ: ອາເມຣິກາປະຕິເສດຍົກເລີກການລົງໂທດຕໍ່ອີຣານໃນການເຈລະນາ, ອາເມຣິກາ ແລະ ປະເທດເອີຣົບທີ່ເປັນພັນທະມິດຂອງເຂົາຢາກເຊັນສັນຍາກັບອີຣານເພື່ອປົດ “ກຳລັງທະຫານໃນທ່າປ້ອງກັນ” ຂອງອີຣານ. ທ່ານຄາເມນີ ກ່າວຕື່ມວ່າ: ປະເທດຕາເວັນຕົກໃຊ້ກຳລັງໜີບຕໍ່ອີຣານໃນຫວ່າງມໍ່ໆມານີ້ແມ່ນເພື່ອເຮັດໃຫ້ອີຣານຜ່ອນສັ້ນຜ່ອນຍາວໃນການເຈລະຈາ.