ງານກິລາເອຊຽນເກມຫາງໂຈ່ວນຳສະເໜີ “ຜູ້ສົ່ງຕໍ່ທວນໄຟແບບດີຈີຕອນ”

2022-11-28 13:48:15 cri

ວັນທີ 27 ພະຈິກນີ້, ງານກິລາເອຊຽນເກມນະຄອນຫາງໂຈ່ວ ປະເທດຈີນ ທີ່ເລື່ອນເວລາຈັດງານ ໄດ້ຕ້ອນຮັບການນັບຖອຍຫຼັງຈັດງານ 300 ມື້. ໃນກິດຈະກຳທີ່ຈັດຂຶ້ນໃນມື້ດັ່ງກ່າວ, ຄະນະກຳມະການຈັດງານກິລາເອຊີກຽມຫາງໂຈ່ວ ໄດ້ນຳສະເໜີ “ຜູ້ສົ່ງຕໍ່ທວນໄຟແບບດີຈີຕອນ” ຕໍ່ທົ່ວໂລກ. ທ່ານຮູເຊັນ ອານ-ມູຊາລາມ ຜູ້ອຳນວຍການໃຫຍ່ສະພາມົນຕີງານກິລາເອຊຽນເກມໄດ້ກ່າວຄຳປາໄສຜ່ານທາງວີດີໂອ ໂດຍໄດ້ເຊີນຊວນໃຫ້ທົ່ວໂລກມາເຂົ້າຮ່ວມເປັນຜູ້ສົ່ງຕໍ່ທວນໄຟແບບດີຈີຕອນຂອງງານກິລາເອຊຽນເກມ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ຜູ້ສົ່ງຕໍ່ທວນໄຟດີຈີຕອນຂອງງານກິລາເອຊຽນເກມເປັນຖານະທາງດີຈີຕອນໃນໂລກເອຊຽນເກມດີຈີຕອນສຳລັບຜູ້ນຳໃຊ້ຕົວຈິງ. ຜູ້ສົ່ງຕໍ່ທວນໄຟແບບດີຈີຕອນຂອງງານກິລາເອຊຽນກຽມ ຈະເປັນການຂະຫຍາຍຜູ້ສົ່ງຕໍ່ທວນໄຟໃນໂລກຕົວຈິງໄປຮອດໂລກດີຈີຕອນ, ເຮັດໃຫ້ມີຄົນຈຳນວນຫຼາຍກວ່າເກົ່າສາມາດເຂົ້າຮ່ວມກິດຈະກຳວັດທະນະທຳຂອງງານມະຫາກຳກິລາເອຊຽນເກມໄດ້ໂດຍກົງ ໂດຍບໍ່ໄດ້ຖືກຈຳກັດຈາກເວລາ ແລະສະຖານທີ່.