ຍານອະວະກາດເສີນໂຈ່ວ-15 ຈະສົ່ງຂຶ້ນສູ່ອະວະກາດໃນໄວໆນີ້

2022-11-28 13:43:03 cri

ອີງຕາມຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ: ຈີນຈະສົ່ງຍານອະວະກາດເສີນໂຈ່ວ-15 ຂຶ້ນສູ່ອະວະກາດໃນເວລາ 23 ໂມງ 8 ນາທີຂອງວັນທີ 29 ພະຈິກນີ້.

ຜ່ານການຄົ້ນຄວ້າຂອງກອງບັນຊາການພາລະກິດການບິນໄລຍະສ້າງສະຖານີອະວະກາດ ໄດ້ຕົກລົງແລ້ວວ່າ: ນັກບິນອະວະກາດ 3 ທ່ານຂອງຈີນ ຄື ທ່ານເຟີ້ຍຈູ້ນລົງ, ທ່ານເຕີ້ງຊີ່ງໝິງ ແລະທ່ານຈ່າງລູ້ ຈະປະຕິບັດພາລະກິດການບິນບັນທຸກຄົນຂອງຍານອະວະກາດເສີນໂຈ່ວ-15 ແລະ ທ່ານເຟີ້ຍຈູ້ນລົງຈະເປັນຫົວໜ້າບັນຊາການ.