ຈີນແລະອາຊຽນລົງເລິກການຮ່ວມມືໃນຂະແໜງການກໍ່ສ້າງ

2022-11-28 16:10:26 CRI

ງານວາງສະແດງຂະແໜງການກໍ່ສ້າງ ກໍຄືສິ່ງແວດລ້ອມເຮືອນຢູ່ທີ່ມີຄຸນນະພາບສູງຈີນ-ອາຊຽນປີ 2022 ທີ່ຈັດຂຶ້ນຢູ່ນະຄອນໜານໜິງເຂດກວາງຊີ ສປ ຈີນ ເປັນເວລາ 3 ວັນ ໄດ້ອັດລົງໃນວັນທີ 27 ພະຈິກນີ້. ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ລົງເລິກແລກປ່ຽນຄວາມເຫັນ ກ່ຽວກັບການຊົມໃຊ້ໂອກາດໃໝ່ຂອງສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ແລະ ການຮ່ວມກັນສ້າງອະນາຄົດໃໝ່ຂອງຂະແໜງການກໍ່ສ້າງ. ກອງປະຊຸມໄດ້ຢືນຢັນຕໍ່ການປະກອບສ່ວນຂອງວິສາຫະກິດກໍ່ສ້າງຈີນ ທີ່ມີຕໍ່ການພັດທະນາເສດຖະກິດຂອງບັນດາປະເທດສະມາຊິກອາຊຽນ.


ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ ແຫ່ງ ສປປ ລາວ ໄດ້ພັນລະນາເຖິງຜົນປະໂຫຍດຂອງທາງລົດໄຟລາວ-ຈີນ ດ້ວຍສຸພາສິດຈີນທີ່ວ່າ “ຖ້າຢາກສ້າງຄວາມຮັ່ງມີ, ຕ້ອງສ້າງທາງໄວ້ກ່ອນ.” ທ່ານກ່າວຕື່ມວ່າ: ໃນຖານະເປັນທາງລົດໄຟທັນສະໄໝສາຍທຳອິດຂອງປະເທດລາວ, ທາງລົດໄຟລາວ-ຈີນໄດ້ເຮັດໃຫ້ປະເທດລາວບັນລຸຄວາມໃຝ່ຝັນທີ່ “ຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງພາກພື້ນ” ແລະ ໄດ້ນຳເອົາຄວາມສະດວກສະບາຍຕົວຈິງມາໃຫ້ແກ່ປະຊາຊົນທ້ອງຖິ່ນ ເພື່ອສ້າງລາຍໄດ້ເພີ່ມຂຶ້ນ.