ຄູຝຶກທີມຊາດບານເຕະຊາຍອາເມຣິກາສະແດງຄວາມຂໍໂທດຕໍ່ກັບເລື່ອງທຸງຊາດອີຣານ

2022-11-29 16:13:23 cri

ຕາມສຳນັກຂ່າວສານຝຣັ່ງລາຍງານວ່າ: ເມື່ອບໍ່ດົນມານີ້, ສະມາຄົມບານເຕະອາເມຣິກາໄດ້ລົງຮູບພາບໜຶ່ງທີ່ດັດແກ້ທຸງຊາດອີຣານຜ່ານສື່ສັງຄົມອອນລາຍ ເຊິ່ງໄດ້ຖືກອີຣານປະທ້ວງຢ່າງຮຸນແຮງ. ຕໍ່ກັບເລື່ອງນີ້, ທ່ານເກຣັກ ເບີຮານເຕີ ຄູຝຶກທີມຊາດບານເຕະຊາຍອາເມຣິກາ ໄດ້ຕາງໜ້າໃຫ້ນັກກິລາເຕະບານ ແລະພະນັກງານຂອງທີມຊາດອາເມຣິກາສະແດງຄວາມຂໍໂທດ, ແຕ່ກ່າວຢ່າງເດັດດ່ຽວວ່າ: ນັກກິລາ ແລະພະນັກງານຂອງທີມຊາດບານເຕະອາເມຣິກາ “ບໍ່ໄດ້ມີສ່ວນຮ່ວມກັບເລື່ອງນີ້”.

ຕາມການລາຍງານກ່ອນໜ້ານີ້ໃຫ້ຮູ້ວ່າ: ໃນເວລາລົງຕາຕະລາງຄະແນນສະສົມຂອງກຸ່ມ B ໃນການແຂ່ງຂັນເຕະບານໂລກກາຕາ 2022 ຮອບທຳອິດ, ສະມາຄົມບານເຕະອາເມຣິກາໄດ້ດັດແກ້ທຸງຊາດອີຣານໃຫ້ເປັນທຸງສາມສີ ຄືສີຂຽວ, ສີຂາວ ແລະສີແດງ ພ້ອມທັງກ່າວວ່າ: ການເຮັດແບບນີ້ແມ່ນເພື່ອ “ສະໜັບສະໜູນການເຄື່ອນໄຫວຂອງເພດຍິງອີຣານເພື່ອທວງເອົາສິດທິມະນຸດ”.

ປັດຈຸບັນ, ເນື້ອໃນໂພສດັ່ງກ່າວຂອງສະມາຄົມບານເຕະອາເມຣິກາໄດ້ຖືກລຶບອອກແລ້ວ.