ຜູ້ອຳນວຍການໃຫຍ່ CMG ພົບປະກັບຫົວໜ້າຂ່າວສານ AP ທາງວິດີໂອ

2022-11-29 16:38:37 cri


    ວັນທີ 29 ພະຈິກ 2022, ທ່ານເຊິ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ທັງເປັນຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນໄດ້ພົບປະກັບທ່ານນາງ ໄດຊີ ວີຣາຊິງຮາມ ຫົວໜ້າຂ່າວສານ AP ທາງວິດີໂອຢູ່ນະຄອນຫຼວງປັກກິ່ງ, ສອງຝ່າຍໄດ້ດຳເນີນການແລກປ່ຽນ ແລະ ການເປິກສາຫາລືກ່ຽວກັບຄວາມຮັບຜິດຊອບຂອງສື່ມວນຊົນ, ການຮ່ວມມືເຜີຍແຜ່ຂໍ້ມູນຂ່າວສານ, ການພັດທະນາສື່ມວນຊົນແບບເຊື່ອມໂຍງເຂົ້າກັນ ແລະຫົວຂໍ້ອື່ນໆ.