ການແຂ່ງຂັນເຕະບານໂລກຕ້ອງການຄວາມສາມັກຄີ ແລະ ການຮ່ວມມື

2022-11-29 18:18:36 cri

ວັນທີ 20 ພະຈິກ 2022, ການແຂ່ງຂັນເຕະບານໂລກກາຕາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ, ພາຍໃຕ້ສະພາບການທີ່ພະຍາດໂຄວິດ-19 ຍັງແຜ່ລະບາດຢູ່, ການແຂ່ງຂັນເຕະບານໂລກຄັ້ງນີ້ສາມາດເວົ້າໄດ້ວ່າ ເປັນການແຂ່ງຂັນທີ່ໄດ້ຮັບຄວາມສົນໃຈຈາກທົ່ວໂລກ. ແຟນບານເຕະປະເທດຕ່າງໆໄດ້ກັບມາມ່ວນຊື່ນກັບໂອກາດທີ່ຫາຍາກ. ຢູ່ສະໜາມການແຂ່ງຂັນ, ທີມບານເຕະຂອງປະເທດຕ່າງໆແຂ່ງຂັນກັນຢ່າງດຸເດືອດ, ແຕ່ຢູ່ນອກສະໜາມການແຂ່ງຂັນ, ສື່ມວນຊົນຂອງປະເທດຕາເວັນຕົກພັດສຸມສະຕິປັນຍາແລະເຫື່ອແຮງຢ່າງສຸດຂີດ ເພື່ອໃສ່ຮ້າຍປ້າຍສີດ້ານການເມືອງຕໍ່ປະເທດອື່ນ.

ໃນມື້ທີ່ຈັດພິທີໄຂການແຂ່ງຂັນເຕະບານໂລກຄັ້ງນີ້, BBC ແລະ ITV ຂອງອັງກິດກໍປະຕິເສດຖ່າຍທອດສົດພິທີໄຂການແຂ່ງຂັນເຕະບານໂລກດ້ວຍຂໍ້ອ້າງອັນທີ່ເອີ້ນວ່າ “ສິດທິມະນຸດ”. ກ່ອນຈັດການແຂ່ງຂັນເຕະບານໂລກ ແລະ ພາຍຫຼັງການແຂ່ງຂັນຈັດຂຶ້ນແລ້ວ, ສື່ມວນຊົນປະເທດຕາເວັນຕົກສ່ວນໜຶ່ງໄດ້ຈົງໃຈສ້າງເລື່ອງກ່ຽວກັບສິດແລະຜົນປະໂຫຍດຂອງແຮງງານສາກົນ, ຫ້າມບໍ່ໃຫ້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າຢູ່ບໍລິເວນອ້ອມຂ້າງສະໜາມເຕະບານ ແລະບັນຫາອື່ນໆ. ຫວ່າງມໍ່ໆມານີ້, ໃນເວລາລົງຕາຕະລາງຄະແນນຂອງກຸ່ມ B ໃນການແຂ່ງຂັນເຕະບານໂລກກາຕາ 2022 ຮອບທຳອິດ, ສະມາຄົມບານເຕະອາເມຣິກາໄດ້ດັດແກ້ທຸງຊາດອີຣານໃຫ້ເປັນທຸງສາມສີຄື: ສີຂຽວ, ສີຂາວ ແລະ ສີແດງ ໂດຍກ່າວອ້າງວ່າ: ການກະທໍາແບບນີ້ແມ່ນເພື່ອ “ສະໜັບສະໜູນການເຄື່ອນໄຫວຂອງເພດຍິງອີຣານເພື່ອທວງເອົາສິດທິມະນຸດ”. ການກະທຳດັ່ງກ່າວສົ່ງຜົນເຮັດໃຫ້ອີຣານກ່າວປະນາມຢ່າງຮຸນແຮງ. ການໂຄສະນາແບບນີ້ຂອງປະເທດຕາເວັນຕົກເໝືອນດັ່ງເວົ້າເປັນໄນໆ ເຖິງ “ຄວາມບໍ່ມີສິດທິມະນຸດ” ແລະ ລະເມີດສິດທິມະນຸດຂອງການແຂ່ງຂັນເຕະບານໂລກກາຕາ. ການກະທຳແບບນີ້ຂອງປະເທດຕາເວັນຕົກໄດ້ປາກົດອອກເປັນຫຼາຍເທື່ອແລ້ວ, ກ່ອນໜ້ານີ້, ປະເທດຕາເວັນຕົກເຄີຍໄດ້ຕຳໜິຕິຕຽນປະເທດອື່ນຂອງອາຊີ ແລະ ອາຟຣິກາ ດ້ວຍຂໍ້ອ້າງທີ່ຄ້າຍຄືກັນ. ຕົວຢ່າງວ່າ ໃນງານກິລາໂອລິມປິກລະດູໜາວປັກກິ່ງ 2022 ທີ່ຈັດຂຶ້ນໃນຕົ້ນປີນີ້, ປະເທດຕາເວັນຕົກກໍໄດ້ໃສ່ຮ້າຍປ້າຍສີປະເທດຈີນເຊັ່ນດຽວກັນ, ຍິ່ງໄປກວ່ານັ້ນ, ເຂົາເຈົ້າຍັງໄດ້ລິເລີ່ມການກະທຳອັນທີ່ເອີ້ນວ່າຄັດຄ້ານງານກິລາໂອລິມປິກລະດູໜາວປັກກິ່ງ.

ສິ່ງທີ່ເປັນການປຽບທຽບຢ່າງຈະແຈ້ງກັບການໃສ່ຮ້າຍປ້າຍສີ ແລະ ການລາຍງານທີ່ບິດເບືອນຂອງປະເທດຕາເວັນຕົກ ແມ່ນການຮ່ວມມືລະຫວ່າງປະເທດຈີນກັບກາຕາ ແລະ ປະເທດອື່ນໆ, ເຮັດໃຫ້ການແຂ່ງຂັນເຕະບານໂລກໄດ້ຈັດຂຶ້ນຢ່າງສຳເລັດຜົນ ແລະ ຈົບງາມ ເຊິ່ງເປັນການຕອບໂຕ້ທີ່ດີທີ່ສຸດຕໍ່ການໃສ່ຮ້າຍປ້າຍສີຂອງປະເທດຕາເວັນຕົກ. ຂະນະທີ່ວິສາຫະກິດຈີນແມ່ນຜູ້ດີເດັ່ນໃນກຸ່ມທຸລະກິດການຄ້າຂອງບັນດາປະເທດທີ່ມີສ່ວນຮ່ວມໃນການແຂ່ງຂັນເຕະບານໂລກທີ່ກາຕາຄັ້ງນີ້. ຜົນສະຖິຕິຂອງບໍລິສັດ Global Data ເຊິ່ງເປັນບໍລິສັດວິເຄາະ ແລະ ໃຫ້ການເປິກສາດ້ານຂໍ້ມູນທົ່ວໂລກສະແດງໃຫ້ເຫັນວ່າ, ໃນການແຂ່ງຂັນເຕະບານໂລກກາຕາຄັ້ງນີ້, ວິສາຫະກິດຈີນໄດ້ອຸປະຖຳ 1,395 ຕື້ໂດລາສະຫະລັດ, ເປັນທີໜຶ່ງໃນບັນດານັກທຸລະກິດທີ່ສະໜັບສະໜູນການແຂ່ງຂັນເຕະບານໂລກຄັ້ງນີ້. ນອກນີ້, ມວນຊົນຍັງສາມາດພົບເຫັນຜະລິດຕະພັນປະເພດຕ່າງໆຂອງຈີນຢູ່ກາຕາໃນທຸກດ້ານ: ສະໜາມກິລາລູແຊວທີ່ບໍລິສັດຈີນຮັບເໝົາກໍ່ສ້າງນັ້ນ ໄດ້ກາຍເປັນສິ່ງກໍ່ສ້າງທີ່ເປັນສັນຍະລັກຂອງກາຕາ; ໂຄງການຜະລິດໄຟຟ້າດ້ວຍແສງຕາເວັນທີ່ບໍລິສັດຈີນຮັບເໝົາກໍ່ສ້າງນັ້ນ ໄດ້ສົ່ງພະລັງງານສະອາດໃຫ້ແກ່ການແຂ່ງຂັນເຕະບານໂລກຢ່າງບໍ່ຢຸດຢັ້ງ; ລົດຂົນສົ່ງຜູ້ໂດຍສານທີ່ໃຊ້ພະລັງງານໃໝ່ 1.500 ຄັນ ຂອງບໍລິສັດຈີນໄດ້ຊ່ວຍໃຫ້ຜູ້ຊົມການແຂ່ງຂັນເຕະບານໂລກຂອງປະເທດຕ່າງໆອອກເດີນທາງຢ່າງສະດວກສະບາຍ. ຜະລິດຕະພັນກ່ຽວກັບບານເຕະ, ເຄື່ອງຫັດຖະກຳ, ຂອງທີ່ລະນຶກ ໄດ້ປະດັບປະດາຖະໜົນຕ່າງໆຂອງກາຕາ, ເຮັດໃຫ້ກາຕາເຕັມໄປດ້ວຍບັນຍາກາດວັນບຸນຢ່າງຄຶກຄື້ນ.

ການແຂ່ງຂັນເຕະບານໂລກຕາກາໄດ້ສະແດງໃຫ້ເຫັນເຖິງສັນຍານແຫ່ງຄວາມສາມັກຄີ ແລະ ການຮ່ວມມື, ໂລກປັດຈຸບັນພວມພົບສະການປ່ຽນແປງຢ່າງໃຫຍ່ທີ່ບໍ່ເຄີຍມີໃນຮອບຮ້ອຍປີ. ການເມືອງພູມີພາກທີ່ເຄັ່ງຕຶງ, ວິກິດການອາຫານ, ວິກິດການພະລັງງານ ແລະວິກິດການດ້ານອື່ນໆ ໄດ້ເກີດຂຶ້ນຊ້ອນກັນ, ການພັດທະນາຂອງມວນມະນຸດໄດ້ຜະເຊີນກັບສິ່ງທ້າທາຍຢ່າງໃຫຍ່. ພາຍໃຕ້ເບື້ອງຫຼັງຂອງສະພາບນີ້, ມະນຸດຄົນເຮົາແຮ່ງຄວນນຳໃຊ້ໂອກາດການແຂ່ງຂັນເຕະບານໂລກນີ້ ເພື່ອບິແບ່ງແນວຄວາມຄິດ ແລະຈິດໃຈແຫ່ງການພັດທະນາໂດຍສັນຕິ, ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ເຂົ້າແທນການແບ່ງແຍກດ້ວຍຄວາມສາມັກຄີ ແລະ ເຂົ້າແທນການເປັນປໍລະປັກດ້ວຍການຮ່ວມມື.