ເຂດລ່ອງແມ່ນ້ຳຢາງເຊສ້າງເຂດສະຫງວນທຳມະຊາດ 13 ແຫ່ງ ເພື່ອອະນຸລັກປາຂ່າຢາງເຊ

2022-11-29 15:58:46 CRI

ວັນທີ 28 ພະຈິກນີ້, ທ່ານຊຸຍຊູຫົງ ຫົວໜ້າກົມອະນຸລັກນິເວດທຳມະຊາດກະຊວງນິເວດແລະສິ່ງແວດລ້ອມຈີນກ່າວວ່າ: ເຂດລ່ອງແມ່ນ້ຳຢາງເຊໄດ້ສ້າງເຂດສະຫງວນທຳມະຊາດ 13 ແຫ່ງ ເພື່ອອະນຸລັກປາຂ່າຢາງເຊ ເຊິ່ງໄດ້ປົກຄຸມເຂດນ້ຳທີ່ມີປາຂ່າຢາງເຊ 40 % ແລະ ອະນຸລັກປະເພດປາຂ່າໄດ້ເຖິງເກືອບ 80%.


ໃນກອງປະຊຸມຖະແຫຼງຂ່າວ ຂອງກະຊວງນິເວດແລະສິ່ງແວດລ້ອມທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານຊຸຍຊູຫົງກ່າວວ່າ: ແນວພັນທີ່ມີຄວາມສ່ຽງຈະສູນພັນ ແລະ ສູນພັນ ແມ່ນບັນຫາທົ່ວໄປທີ່ທົ່ວໂລກພວມປະເຊີນ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຮີບດ່ວນ ທີ່ໃຫ້ທົ່ວໂລກໃຊ້ການເຄື່ອນໄຫວຮ່ວມກັນ ແລະ ປ່ຽນແປງສະພາບຄວາມເປັນທ່າຮັບທີ່ສູນເສຍຊີວະນາໆພັນ. ທ່ານກ່າວຕື່ມວ່າ: ນັບແຕ່ວັນທີ 1 ມັງກອນປີ 2020 ເປັນຕົ້ນມາ, ເຂດສະຫງວນທຳມະຊາດ ແລະ ເຂດອະນຸລັກຊັບພະຍາກອນສັດນ້ຳ 332 ແຫ່ງຕາມລ້ອງແມ່ນ້ຳຢາງເຊ ລ້ວນແຕ່ໄດ້ເກືອດຫ້າມການປະມົງ.