ຈີນຈະຊຸກຍູ້ການສ້າງມາດຕະຖານລົດແບບສາກົນຕື່ມອີກ

2022-11-29 15:56:02 CRI

ວັນທີ 28 ພະຈິກນີ້, ສະຖາບັນຄົ້ນຄວ້າມາດຕະຖານລົດຈີນໄດ້ສ້າງຕັ້ງຂຶ້ນຢູ່ນະຄອນທຽນສິນປະເທດຈີນ ເຊິ່ງແມ່ນອົງການຄົ້ນຄວ້າວິທະຍາສາດ ທີ່ດຳເນີນການຄົ້ນຄວ້າ ແລະ ນຳໃຊ້ມາດຕະຖານລົດຢ່າງມີວິຊາການພຽງໜຶ່ງດຽວຂອງຈີນ.


ຕາມຂ່າວແຈ້ງວ່າ: ສະຖາບັນຄົ້ນຄວ້າມາດຕະຖານລົດຂອງຈີນ ຈະຮັບຜິດຊອບການວາງມາດຕະຖານແຫ່ງຊາດ ແລະ ການຄຸ້ມຄອງເຕັກນິກມາດຕະຖານໃນຂະແໜງການລົດ ພ້ອມທັງຕາງໜ້າຈີນເຂົ້າຮ່ວມການປະສານງານ ແລະ ວາງກົດລະບຽບກ່ຽວກັບມາດຕະຖານລົດຂອງອົງການ ສປຊ ແລະ ສາກົນ. ໃນອະນາຄົດ, ຈະສຸມໃສ່ຄົ້ນຄວ້າມາດຕະຖານຂອງເຕັກນິກນຳໜ້າຂອງລົດ 10 ກວ່າລາຍການ ແລະ ຊຸກຍູ້ການວາງໂຄງການມາດຕະຖານໃໝ່ 80 ກວ່າລາຍການ. ການວາງມາດຕະຖານລົດສາກົນ ທີ່ດຳເນີນງານຮ່ວມກັບປະເທດທີ່ພັດທະນາໃນດ້ານອຸດສາຫະກຳລົດ ແລະ ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ມີ 15 ລາຍການ.


ໃນຂະນະດຽວກັນ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການຕິດຕາມຄຸ້ມຄອງຕະຫຼາດແຫ່ງຊາດຈີນກ່າວວ່າ: ຕໍ່ໄປນີ້, ຈີນຈະຊຸກຍູ້ການສ້າງມາດຕະຖານລົດແບບສາກົນຕື່ມອີກ.