ເສັ້ນທາງລົດໄຟລາວ-ຈີນໃນສາຍຕາຂອງທ່ານທອງລຸນ ສີສຸລິດ

2022-11-30 12:59:01 CRI

 

ປີ 2021 ຄື ປີທີ່ຈີນແລະ ລາວສ້າງສາຍພົວພັນທາງການທູດຄົບຮອບ 60 ປີ, ເສັ້ນທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ຢ່າງເປັນທາງການ. ໃນມື້ນັ້ນ, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວໄດ້ກ່າວວ່າ ເປັນຂະນະທີ່ ຄວາມໃຝ່ຝັນບັນລຸຜົນເປັນຈິງ.



ແຕ່ວັນທີ 29 ພະຈິກ ຫາວັນທີ 1 ທັນວາ 2022, ຫຼັງຈາກການເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວຄົບຮອບ 1 ປີ, ທ່ານທອງລຸນ ສີສຸລິດໄດ້ເດີນທາງໄປຢ້ຽມຢາມປະເທດຈີນທາງລັດຖະກິດຕາມຄຳເຊື້ອເຊີນ. ຫວ່າງກ່ອນນີ້ບໍ່ດົນ, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານທອງລຸນ ສີສຸລິດໄດ້ກ່າວເຖິງເຫດການນີ້.



ທ່ານທອງລຸນ ສີສຸລິດກ່າວວ່າ, ຍັງຈື່ໄດ້ຄຳເວົ້າຄວາມຂອງທ່ານປະທານສີຈິ້ນຜິງໃນພິທີເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນຄື: “ມາບາດນີ້ ພູຈະບໍ່ສູງອີກ ເສັ້ນທາງຈະບໍ່ຍາວໄກອີກ ໃນການໄປມາຫາສູ່ລະຫວ່າງປະຊາຊົນສອງຊາດ”.ທ່ານສີຈິ້ນຜິງປຽບທຽບເສັ້ນທາງລົດໄຟສາຍນີ້ເປັນເສັ້ນທາງເງິນ ເສັ້ນທາງຄຳ, ທ່ານທອງລຸນ ສີສຸລິດມີຄວາມປະທັບໃຈຫຼາຍຕໍ່ຄວາມເວົ້ານີ້. ນັບແຕ່ທ່ານດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວເປັນຕົ້ນມາ, ກໍໄດ້ຕິດຕາມເອົາໃຈໃສ່ເສັ້ນທາງລົດໄຟສາຍນີ້, ແມ່ນເສັ້ນທາງປະຫວັດສາດຂອງລະບົບຄົມມະນາຄົມຂົນສົ່ງຂອງປະເທດລາວ.



ທ່ານທອງລຸນ ສີສຸລິດໃຫ້ຮູ້ວ່າ, ກ່ອນໜ້ານີ້, ຢູ່ພາຍໃນປະເທດລາວຍັງບໍ່ທັນມີເສັ້ນທາງລົດໄຟມາດຕະຖານຈັກເທື່ອ, ເສັ້ນທາງລົດໄຟລາວ-ຈີນແມ່ນສາຍທຳອິດ, ປັດຈຸບັນນີ້, ທາງລົດໄຟທັນສະໄໝສາຍນີ້ໄດ້ກາຍເປັນພູມໃຈຂອງປະຊາຊົນລາວ ແລະປະເທດລາວ. ສອງ, ລາວບໍ່ມີຊາຍແດນຕິດກັບທະເລ, ແຕ່ທາງລົດໄຟສາຍນີ້ຈະຊ່ວຍໃຫ້ປະເທດລາວມີເສັ້ນທາງຄົມມະນາຄົມ ດ້ວຍຕາໜ່າງຈໍລະຈອນສິນຄ້າອອກສູ່ທະເລ, ແລະບັນດາປະເທດໃນພາກພື້ນນີ້ ຢ່າງສະດວກໃນການຂົນສົ່ງໂດຍສານ ແລະ ການຂົນສົ່ງສິນຄ້າ, ທັງກະຕຸກຊຸກຍູ້ຜູ້ລົງທຶນ ແລະ ນັກທ່ອງທ່ຽວມາປະເທດລາວຫຼາຍຂຶ້ນ. ອັນທີ 3, ເສັ້ນທາງລົດໄຟແຫ່ງປະຫວັດສາດສາຍນີ້ໄດ້ມາຈາກຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ສະເໜີໂດຍທ່ານສີຈິ້ນຜິງ, ປະເທດລາວທັງເປັນຜູ້ສະໜັບສະໜູນຂໍ້ລິເລີ່ມນີ້, ທັງເປັນປະເທດທີ່ປະຕິບັດມາເປັນຮູບປະທຳ, ທັງເປັນປະເທດທີ່ໄດ້ຮັບຜົນປະໂຫຍດສູງສຸດ ສາມາດຈັບຕ້ອງໄດ້.



ຫຼັງຈາກເສັ້ນທາງລົດໄຟຈີນ-ລາວເປີດນຳໃຊ້ຢ່າງເປັນທາງການແລ້ວ, ທ່ານທອງລຸນ ສີສຸລິດເຄີຍຂີ່ລົດໄຟໄປແຂວງພາກເໜືອຂອງປະເທດລາວ 3 ເທື່ອ. ທ່ານກ່າວວ່າ, ເສັ້ນທາງລົດໄຟລາວ-ຈີນຈະບໍ່ຢຸດຢູ່ແຕ່ປະເທດລາວ, ຈະຕໍ່ໄປເຖິງບັນດາປະເທດອາຊຽນໃນຕໍ່ໜ້າ, ລາວກັບຈີນ ແຮ່ງຈະໄດ້ຮັບຜົນປະໂຫຍດຮ່ວມກັນເມື່ອເສັ້ນທາງລົດໄຟສາຍນີ້ຍາວຕໍ່ໄປເຖິງບັນດາປະເທດໃນພາກພື້ນນີ້.