ຣັດເຊຍກັບອາເມຣິກາບໍ່ສາມາດບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການເລີ່ມເຈລະຈາສັນຍາວ່າດ້ວຍການຫຼຸດຜ່ອນອາວຸດຍຸດທະສາດສະບັບໃໝ່

2022-11-30 10:43:57 cri

ວັນທີ 29 ພະຈິກນີ້, ທ່ານເຊີເກ ຣີຢັບໂກຟ ຮອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ຣັດເຊຍກັບອາເມຣິກາບໍ່ສາມາດບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການເລີ່ມເຈລະຈາສັນຍາວ່າດ້ວຍການບັ່ນທອນອາວຸດຍຸດທະສາດສະບັບໃໝ່.

ກ່ອນໜ້ານີ້, ກະຊວງການຕ່າງປະເທດຣັດເຊຍແຈ້ງໃຫ້ຮູ້ວ່າ: ອາເມຣິກາບໍ່ໄດ້ໃຫ້ຄວາມສຳຄັນຕໍ່ເລື່ອງບຸລິມະສິດກ່ອນເລີ່ມການເຈລະຈາທີ່ຣັດເຊຍສະເໜີອອກມາ, ຣັດເຊຍຈະສະເໜີວັນເວລາເຈລະຈາສັນຍາສະບັບດັ່ງກ່າວຄືນໃໝ່ ແຕ່ຈະບໍ່ແມ່ນຈັດຂຶ້ນກ່ອນທ້າຍປີນີ້. ຣັດເຊຍຫວັງວ່າອາເມຣິກາຈະເລີ່ມການເຈລະຈາກ່ຽວກັບຄວາມໝັ້ນທ່ຽງດ້ານຍຸດທະສາດຄືນໃໝ່, ຖ້າວ່າອາເມຣິກາບໍ່ສາມາດດຳເນີນການເຈລະຈາຢ່າງສະເໝີພາບ, ຄວາມໝັ້ນທ່ຽງດ້ານຍຸດທະສາດລະຫວ່າງຣັດເຊຍ ກັບອາເມຣິກາກໍຍາກທີ່ຈະມີຄວາມຫວັງ.