ແຈ້ງຂ່າວມໍລະນະກຳເຖິງທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດຈີນ

2022-11-30 17:17:16 CRI

ຄະນະກຳມະການສູນກາງພັກຄອມມູນິດຈີນ, ຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ, ຄະນະລັດຖະບານຈີນ, ຄະນະກຳມະການທົ່ວປະເທດຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ, ຄະນະກຳມະການການທະຫານສູນກາງພັກຄອມມູນິດຈີນແລະຄະນະກຳມະການການທະຫານສູນກາງຈີນ ຂໍແຈ້ງຂ່າວດ້ວຍຄວາມເສົ້າສະຫຼົດໃຈມາຍັງທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດຈີນວ່າ: ສະຫາຍຈ່ຽງເຈີມິນທີ່ແສນເຄົາລົບຮັກໄດ້ເຖິງແກ່ມໍລະນະກຳແລ້ວຢູ່ນະຄອນຊຽງໄຮ້ໃນເວລາ 12 ໂມງ 13 ນາທີຂອງວັນທີ 30 ພະຈິກ 2022 ນີ້ ຍ້ອນພະຍາດເມັດເລືອດຂາວ ແລະ ອະໄວຍະວະເສື່ອມເສຍ, ບໍ່ສາມາດກອບກູ້ໄດ້, ລວມອາຍຸໄດ້ 96 ປີ.

ສະຫາຍຈ່ຽງເຈີມິນແມ່ນຜູ້ນຳທີ່ປີຊາສາມາດ ແລະ ມີອິດທິພົນສູງສົ່ງ ທີ່ໄດ້ຮັບການສະໜັບສະໜູນຈາກທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດຈີນ, ເປັນນັກລັດທິມາກທີ່ຍິ່ງໃຫຍ່, ນັກປະຕິວັດຊົນຊັ້ນກຳມະຊີບ, ນັກການເມືອງ, ນັກການທະຫານ ແລະ ນັກການທູດທີ່ຍິ່ງໃຫຍ່, ເປັນນັກຮົບຄອມມູນິດທີ່ໄດ້ຜ່ານການທົດສອບເປັນໄລຍະຍາວນານ, ເປັນຜູ້ນຳທີ່ຍອດຍິ່ງຂອງພາລະກິດຍິ່ງໃຫຍ່ແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ເປັນແກນກາງໃນໝູ່ຄະນະນຳສູນກາງຮຸ່ນທີ 3 ຂອງພັກ ແລະ ເປັນຜູ້ສ້າງຕົ້ນຕໍຂອງແນວຄິດສຳຄັນ “3 ຕົວແທນ”.