ທ່ານຫຼີເຄີ້ສຽງພົບປະກັບທ່ານທອງລຸນ ສີສຸລິດ

2022-12-01 11:08:20 cri

ວັນທີ 30 ພະຈິກຜ່ານມານີ້, ຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ໄດ້ພົບປະກັບທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ.

 ທ່ານຫຼີເຄີ້ສຽງກ່າວວ່າ: ຈີນຍິນດີຮັກສາການໄປມາຫາສູ່ກັນກັບລາວລະຫວ່າງການນຳຂັ້ນສູງ, ລົງເລິກການຮ່ວມມືຕົວຈິງ, ສ້າງຄວາມຜາສຸກໃຫ້ກັບປະຊາຊົນສອງຊາດໃຫ້ຫຼາຍກວ່າເກົ່າ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ວາງຍຸດທະສາດກ່ຽວກັບການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ. ພາຍໃຕ້ການນຳພາຂອງສູນກາງພັກຄອມມູນິດຈີນທີ່ມີທ່ານສີຈິ້ນຜິງເປັນແກນກາງ, ຈີນຍິນດີເພີ່ມທະວີການແລກປ່ຽນບົດຮຽນກັບລາວກ່ຽວກັບການຄຸ້ມຄອງລັດ ແລະການບໍລິຫານປະເທດ, ເປີດກວ້າງຂົງເຂດແລະຄວາມສາມາດບົ່ມຊ້ອນຂອງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງພັກ ແລະສອງລັດ. ຕ້ອງເສີມຂະຫຍາຍບົດບາດຂອງທາງລົດໄຟຈີນ-ລາວໃຫ້ດີ, ເພີ່ມທະວີການນຳເຂົ້າຜະລິດຕະພັນກະສິກຳລາວທີ່ມີຄຸນນະພາບດີ, ສົ່ງເສີມວິສາຫະກິດຈີນໄປລົງທຶນຢູ່ລາວ.

ທ່ານທອງລຸນ ສີສຸລິດກ່າວວ່າ: ການພົວພັນ ແລະການຮ່ວມມືລາວ-ຈີນຈະໄດ້ຮັບການພັດທະນາໃໝ່ຢ່າງບໍ່ຢຸດຢັ້ງ, ລາວຍິນດີຮ່ວມມືກັບຈີນ ເພື່ອເສີມຂະຫຍາຍບົດບາດຂອງທາງລົດໄຟລາວ-ຈີນໃຫ້ດີ ແລະຍິນດີຕ້ອນຮັບວິສາຫະກິດຈີນໄປລົງທຶນຢູ່ລາວ.