ທາງລົດໄຟລາວ-ຈີນທີ່ເປີດນຳໃຊ້ຈະຄົບ 1 ປີ ເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ ຫາກບໍ່ແມ່ນຈຸດໝາຍປາຍທາງສຸດທ້າຍ

2022-12-01 16:27:14 cri

ລະຫວ່າງວັນທີ 29 ພະຈິກຫາວັນທີ 1 ທັນວານີ້, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວໄດ້ຢ້ຽມຢາມ ສປ ຈີນທາງລັດຖະກິດ, ໃນເວລາທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນພົບປະກັບທ່ານທອງລຸນ ສີສຸລິດ, ທ່ານສີຈິ້ນຜິງກ່າວວ່າ: ທາງລົດໄຟຈີນ-ລາວບໍ່ພຽງແຕ່ໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ປະຊາຊົນສອງຊາດລາວຈີນເທົ່ານັ້ນ, ຫາກຍັງໄດ້ເປັນແບບຢ່າງໃຫ້ແກ່ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດອີກດ້ວຍ. ວັນທີ 3 ທັນວານີ້, ທາງລົດໄຟລາວ-ຈີນຈະເປີດນຳໃຊ້ຄົບຮອບໜຶ່ງປີ, ໜຶ່ງປີມານີ້, ທາງລົດໄຟລາວ-ຈີນໄດ້ສ້າງຜົນງານທີ່ໂດດເດັ່ນຫຼາຍຢ່າງ ເຊິ່ງໄດ້ກາຍເປັນແບບຢ່າງທີ່ມີຊີວິດຊີວາ ທີ່ “ຈັບຕ້ອງໄດ້ ແລະ ສຳຜັດໄດ້” ສຳລັບການຮ່ວມມືລະຫວ່າງສອງປະເທດ ທີ່ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດ ແລະ ປະຊາຊົນໃນພາກພື້ນ.

ປີ 2021, ທາງລົດໄຟລາວ-ຈີນເປີດນຳໃຊ້ ເນື່ອງໃນໂອກາດຈີນ-ລາວສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ. ໃນມື້ນັ້ນ, ປະມຸກລັດສອງປະເທດຈີນ ແລະ ລາວ ໄດ້ຮ່ວມກັນເຂົ້າຮ່ວມພິທີເປີດນຳໃຊ້ທາງລົດໄຟລາວ-ຈີນ ໂດຍຜ່ານທາງວິດີໂອ, ທ່ານທອງລຸນ ສີສຸລິດ ໄດ້ໃຊ້ຄຳສັບ “ຄວາມໃຝ່ຝັນກາຍເປັນຄວາມຈິງ” ມາພັນລະນາການເວລາສຳຄັນດັ່ງກ່າວ. ໂດຍຖືໂອກາດທີ່ທ່ານທອງລຸນ ສີສຸລິດມາຢ້ຽມຢາມຈີນຄັ້ງນີ້, ບົດບາດຂອງທາງລົດໄຟລາວ-ຈີນຈະສູງຂຶ້ນຕື່ມອີກ ແລະ ເປັນສິ່ງຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ກໍຄືການຮ່ວມມືພາກພື້ນໃຫ້ເຂົ້າສູ່ລວງເລິກ.


ທາງລົດໄຟລາວ-ຈີນຈະຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຈີນ-ລາວຕື່ມອີກ. ນັບແຕ່ເປີດນຳໃຊ້ 1 ປີມານີ້, ນັບລວມແລ້ວ, ທາງລົດໄຟລາວ-ຈີນໄດ້ຂົນສົ່ງສິນຄ້າຫຼາຍກວ່າ 10 ລ້ານໂຕນ, ປະເພດສິນຄ້າຈາກ 100 ກວ່າປະເພດໃນໄລຍະຕົ້ນ ເຊັ່ນ: ຝຸ່ນເຄມີ, ສັບພະສິນຄ້າເປັນຕົ້ນ ໄດ້ຂະຫຍາຍມາເປັນ 1.200 ກວ່າປະເພດ ເຊັ່ນ: ເອເລັກໂຕຣນິກ, ອຸປະກອນຜະລິດໄຟຟ້າດ້ວຍແສງຕາເວັນ, ໝາກໄມ້ແຊ່ເຢັນ ແລະອື່ນໆ. ລະຫວ່າງເດືອນມັງກອນຫາເດືອນຕຸລາປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກຂອງດ່ານບໍ່ຫານ-ບໍ່ເຕ່ນ ທີ່ເຊື່ອມຕໍ່ທາງລົດໄຟລາວ-ຈີນໄດ້ບັນລຸເຖິງ 1,024 ຕື້ໂດລາສະຫະລັດ, ເປັນ 1,8 ເທົ່າຂອງປີ 2021. ຈີນ ແລະ ລາວ ໄດ້ກຳໂອກາດການມີຜົນບັງຄັບໃຊ້ຂອງສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP  ແລະໄດ້ສ້າງກຳລັງຂັບເຄື່ອນໃໝ່ ໃຫ້ແກ່ການຮ່ວມມືດ້ານເສດຖະກິດການຄ້າຕື່ມອີກລະຫວ່າງສອງປະເທດ, ທາງລົດໄຟລາວ-ຈີນ ຈະເສີມຂະຫຍາຍບົດບາດອັນໃຫຍ່ຫຼວງກວ່າເກົ່າ ໃຫ້ແກ່ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດ.

ທາງລົດໄຟລາວ-ຈີນ ຈະຊ່ວຍຊຸກຍູ້ການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກລະຫວ່າງຈີນ-ລາວຕື່ມອີກ. ທາງລົດໄຟລາວ-ຈີນ ໄດຂັບເຄື່ອນການພັດທະນາຂົງເຂດການທ່ອງທ່ຽວ, ກະສິກຳ ແລະ ຊົນລະປະທານຂອງທ້ອງຖິ່ນລຽບຕາມທາງລົດໄຟ, ສາມາດດຶງດູດນັກທ່ອງທ່ຽວ ແລະ ນັກລົງທຶນຕ່າງປະເທດໄດ້ຫຼາຍກວ່າເກົ່າ, ຮ່ວມກັນຊຸກຍູ້ໃຫ້ປະຊາຊົນທ້ອງຖິ່ນ ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຊຸກຍູ້ການເຕີບໂຕຂອງເສດຖະກິດພາກພື້ນ. ທ່ານນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນເຄີຍກ່າວວ່າ: ການເປີດນຳໃຊ້ທາງລົດໄຟລາວ-ຈີນຈະເປັນການສະໜັບສະໜູນນະໂຍບາຍຫຼຸດຜ່ອນຄວາມທຸກຍາກຂອງລັດຖະບານລາວ, ເຮັດໃຫ້ປະຊາຊົນທ້ອງຖິ່ນມີລາຍໄດ້ເພີ່ມຂຶ້ນ ແລະ ຫຼຸດຜ່ອນຄວາມທຸກຍາກ, ເປີດກວ້າງການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວແລະຈີນ, ຂະຫຍາຍເຄືອຂ່າຍຄົມມະນາຄົມຂົນສົ່ງພາຍໃນປະເທດລາວກໍຄືທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້ໃຫ້ກວ້າງອອກ.

ທາງລົດໄຟລາວ-ຈີນຈະຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນຕື່ມອີກ. ການເປີດນຳໃຊ້ທາງລົດໄຟລາວ-ຈີນໄດ້ຍົກລະດັບການເຊື່ອມໂຍງເຊື່ອມຈອດຂອງພາກພື້ນໃຫ້ສູງຂຶ້ນຢ່າງຫຼວງຫຼາຍ, ການຂົນສົ່ງສິນຄ້າໄດ້ກວມເອົາຈີນ, ລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ ແລະ ສິງກະໂປເປັນຕົ້ນ. ທາງລົດໄຟລາວ-ຈີນ ຍັງໄດ້ຄົ້ນຄວ້າຮູບແບບການຂົນສົ່ງທາງລົດໄຟສາກົນແບບໃໝ່ ຄື: “ຂະບວນສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ+ທຸລະກິດເອເລັກໂຕຣນິກຂ້າມຊາຍແດນ” ແລະ “ທາງລົດໄຟລາວ-ຈີນ+ຂະບວນລົດໄຟຈີນ-ເອີຣົບ” ເປັນຕົ້ນ ເຊິ່ງໄດ້ເຊື່ອມຕໍ່ກັບເຄືອຂ່າຍຄົມມະນາຄົມຂົນສົ່ງທີ່ກວ້າງຂວາງກວ່າເກົ່າ, ຄວາມສາມາດການຂົນສົ່ງສິນຄ້າຂ້າມຊາຍແດນໄດ້ສູງຂຶ້ນກວ່າເກົ່າ.

ກໍເໝືອນດັ່ງຄຳເວົ້າຂອງທ່ານທອງທຸນ ສີສຸລິດ ໃນຂະນະທີ່ທ່ານໃຫ້ສຳພາດຕໍ່ນັກຂ່າວ CMG ວ່າ: ທາງລົດໄຟລາວ-ຈີນ ເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ ຫາກຍັງບໍ່ແມ່ນຈຸດໝາຍປາຍທາງສຸດທ້າຍ. ທາງລົດໄຟລາວ-ຈີນຈະບໍ່ຢຸດຕິຢູ່ພາຍໃນປະເທດລາວເທົ່ານັ້ນ ແລະ ຈະບໍ່ແມ່ນມີຜົນງານພຽງແຕ່ໃນປັດຈຸບັນເທົ່ານັ້ນ. ໃນອະນາຄົດ, ທາງລົດໄຟລາວ-ຈີນຍັງຈະສືບຕໍ່ເນັ່ງໄປສູ່ປະເທດຕ່າງໆໃນໂລກ. ເມື່ອຮອດເວລານັ້ນ, ການພົວພັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງສອງປະເທດລາວແລະຈີນ ຈະມີການຂະຫຍາຍຕົວຫຼາຍກວ່າເກົ່າ.