ທ່ານສີຈິ້ນຜິງ ພົບປະກັບ ທ່ານຊາກຣ ມີເຊວ

2022-12-01 16:17:58 cri

ຕອນເຊົ້າວັນທີ 1 ທັນວາ 2022 ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ຊາກຣ ມີເຊວ ປະທານສະພາມົນຕີສະຫະພາບເອີຣົບ.

ທ່ານສີຈິ້ນຜິງ ກ່າວວ່າ: ທ່ານມີເຊວ ຕ້າງໜ້າໃຫ້ປະເທດສະມາຊິກສະຫະພາບເອີຣົບມາຢ້ຽມຢາມປະເທດຈີນພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ໄດ້ສະແດງໃຫ້ເຫັນເຖິງຄວາມປາຖະໜາອັນດີງາມທີ່ສະຫະພາບເອີຣົບຢາກຂະຫຍາຍການພົວພັນກັບປະເທດຈີນ. ສາຍພົວພັນລະຫວ່າງຈີນກັບສະຫະພາບເອີຣົບຮັກສາທ່າອ່ຽງພັດທະນາໄປຂ້າງໜ້າ, ຍຶດໝັ້ນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງກັບຜົນປະໂຫຍດຮ່ວມກັນຂອງປະເທດຈີນ ແລະ ສະຫະພາບເອີຣົບ ກໍຄືປະຊາຄົມໂລກ.

ທ່ານສີຈິ້ນຜິງ ເນັ້ນໜັກວ່າ: ຈີນ ແລະ ສະຫະພາບເອີຣົບຄວນເຂົ້າໃຈກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນ. ຈີນຫວັງວ່າສະຫະພາບເອີຣົບຈະກາຍເປັນຄູ່ຮ່ວມມືທີ່ສຳຄັນຂອງຈີນໃນຂະບວນການເດີນຕາມເສັ້ນທາງຄວາມເປັນທັນສະໄໝແບບຈີນ, ແບ່ງປັນໂອກາດຈາກຈີນທີ່ເປັນຕະຫຼາດໃຫຍ່ຫຼວງ, ໂອກາດຈາກການເປີດປະຕູສູ່ພາຍນອກ ແລະ ໂອກາດຈາກການລົງເລິກການຮ່ວມມືສາກົນຂອງປະເທດຈີນ.

ທ່ານສີຈິ້ນຜິງ ໄດ້ສະເໜີຄຳເຫັນ 4 ຂໍ້ກ່ຽວກັບການຂະຫຍາຍສາຍພົວພັນລະຫວ່າງຈີນກັບສະຫະພາບເອີຣົບຄື: ໜຶ່ງ, ຄວນມີຄວາມຮັບຮູ້ທີ່ຖືກຕ້ອງ; ສອງ, ຄວຍຄຸມ ແລະ ຄຸ້ມຄອງຄວາມຂັດແຍ້ງກັນຢ່າງເໝາະສົມ; ສາມ, ດຳເນີນການຮ່ວມມືທີ່ມີລະດັບສູງກວ່າເກົ່າ; ສີ່, ຄວນເພີ່ມທະວີການຮ່ວມມື ແລະ ການປະສານງານສາກົນ.

ທ່ານມີເຊວ ຊົມເຊີຍທ່ານສີຈິ້ນຜິງ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນອີກສະໄໝໜຶ່ງ, ແລະຕາງໜ້າໃຫ້ສະຫະພາບເອີຣົບສະແດງຄວາມເສົ້າສະຫຼົດໃຈຕໍ່ສະຫາຍຈ່ຽງເຈີມິນໄດ້ເຖິງແກ່ມໍລະນະກຳ. ທ່ານກ່າວວ່າ: ສະຫະພາບເອີຣົບຍິນດີລົງເລິກເປິກສາຫາລືກັບຈີນກ່ຽວກັບບັນຫາສຳຄັນທຸກດ້ານຂອງສາຍພົວພັນລະຫວ່າງເອີຣົບກັບຈີນບົນພື້ນຖານເຄົາລົບນັບຖືເຊິ່ງກັນແລະກັນ ແລະ ກົງໄປກົງມາ, ເພື່ອເພີ່ມຄວາມເຂົ້າໃຈກັນ, ຊຸກຍູ້ການຮ່ວມມື ແລະ ການເຈລະຈາ, ແກ້ໄຂຄວາມຂັດແຍ້ງກັນຢ່າງເໝາະສົມ. ສະຫະພາບເອີຣົບຍຶດໝັ້ນນະໂຍບາຍປະເທດຈີນດຽວ, ເຄົາລົບນັບຖືສິດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຈີນ, ຈະບໍ່ແຊກແຊງວຽກງານພາຍໃນຂອງປະເທດຈີນ. ສະຫະພາບເອີຣົບຍົນດີເປັນຄູ່ຮ່ວມມືທີ່ໄວ້ໃຈໄດ້ ແລະ ຄາດຄະເນໄດ້ຂອງປະເທດຈີນ.

ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບວິກິດການອູແກຣນຕື່ມອີກ.