ປະທານາທິບໍດີນີເຊຣີກ່າວວ່າ: ອາວຸດທີ່ໃຊ້ປະທະກັນລະຫວ່າງຣັດເຊຍກັບອູແກຣນກຳລັງໄຫຼເຂົ້າສູ່ອາຟຣິກາ

2022-12-02 16:11:21 cri

ສື່ມວນຊົນທ້ອງຖິ່ນນີເຊຣີລາຍງານໃນວັນທີ 29 ຜ່ານມານີ້ວ່າ: ທ່ານມູຮາເມັດ ບູຮາຣີ ປະທານາທິບໍດີນີເຊຣີກ່າວວ່າ: ອາວຸດທີ່ໃຊ້ປະທະກັນລະຫວ່າງຣັດເຊຍກັບອູແກຣນ ກຳລັງໄຫຼເຂົ້າສູ່ອາຟຣິກາຜ່ານການຄ້າຢູ່ຕະຫຼາດມືດ.

ທ່ານບູຮາຣີກ່າວຕື່ມວ່າ: ອາວຸດທີ່ໄຫຼເຂົ້າສູ່ອາຟຣິກາຜ່ານການຄ້າຢູ່ຕະຫຼາດມືດນັ້ນ ກຳລັງຊ່ວຍຂະຫຍາຍກຳລັງຂອງກຸ່ມກໍ່ການຮ້າຍຢູ່ເຂດຊາຮີວຂອງອາຟຣິກາ ແລະເປັນໄພຂົ່ມຂູ່ຕໍ່ສັນຕິພາບ ແລະຄວາມໝັ້ນຄົງຂອງພາກພື້ນ. ປັດຈຸບັນ, ປະເທດທີ່ກ່ຽວຂ້ອງຕ້ອງການເລັ່ງລັດການຮ່ວມມື ເພື່ອປ້ອງກັນບໍ່ໃຫ້ອາວຸດທີ່ໃຊ້ປະທະກັນລະຫວ່າງຣັດເຊຍກັບອູແກຣນສືບຕໍ່ລັກລອບຄ້າຂາຍຢູ່ອາຟຣິກາ.

ກ່ອນໜ້ານີ້, ທ່ານວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວວ່າ: ອາວຸດທີ່ປະເທດຕາເວັນຕົກສະໜອງໃຫ້ແກ່ອູແກຣນນັ້ນ ໄດ້ປາກົດຕົວຢູ່ໃນຕະຫຼາດມືດແລ້ວ, ຖ້າຫາກອາວຸດເຫຼົ່ານີ້ຕົກຢູ່ໃນກຳມືຂອງຜູ້ກໍ່ການຮ້າຍ ຈະພາໃຫ້ມີສິ່ງທ້າທາຍທີ່ຂ້ຽວຂາດທີ່ສຸດ.