ແນວຄິດໃໝ່ດ້ານການພັດທະນາຊົນນະບົດໃຫ້ຈະເລີນຂອງບ້ານທາຍພານ

2022-12-02 11:52:45 cri


    ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ວາງແຜນລວມ ກ່ຽວກັບການຊຸກຍູ້ການຟື້ນຟູຄວາມຈະເລີນອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່ດ້ວຍຄວາມທັນສະໄໝແບບຈີນ, ຕ້ອງພະຍາຍາມຍາດໄດ້ໄຊຊະນະອັນໃໝ່ທີ່ສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ. ມື້ນີ້ ຈະແນະນໍາແນວຄິດດ້ານການພັດທະນາຊົນນະບົດໃຫ້ຈະເລີນຂອງບ້ານທາຍພານ, ຕາແສງທາຍພານ, ເມືອງທາຍຈ່ຽງ, ກິ່ງແຂວງປົກຄອງຕົນເອງເຜົ່າມົ້ງເຜົ່າຕົ້ງ ຊຽນຕົ່ງນານ, ແຂວງກຸ້ຍໂຈວ່.

    ບ້ານທາຍພານຕັ້ງຢູ່ເຂດພູດອຍ, ແມ່ນບ້ານເຜົ່າມົ້ງທີ່ມີປະຊາຊົນບໍ່ຮອດ 1.200 ຄົນ, ຈາກການພັດທະນາຂະແໜງການທີ່ມີເອກະລັກຊົນນະບົດ ຮອດການສ້າງຊົນນະບົດທີ່ປອງດອງກັນ, ສວຍງາມ ທັງໜ້າຢູ່ ແລະ ເໝາະກັບການປະກອບອາຊີບ. ຊາວບ້ານໄດ້ມີເປົ້າໝາຍທີ່ຈັດເຊນກວ່າເກົ່າຕໍ່ອະນາຄົດ.

    ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນທີ່ຈັດຂຶ້ນໃນປີ 2018 ເປັນຕົ້ນມາ, ຄຽງຄູ່ກັບພື້ນຖານໂຄງລ່າງນັບມື້ນັບສົມບູນ ກວ່າເກົ່າ, ບ້ານທາຍພານທີ່ຫ່າງໄກສອກຫຼີກໃນເມື່ອກ່ອນ, ປັດຈຸບັນ, ຂັບລົດອອກຈາກບ້ານ 10 ນາທີ່ກໍຂຶ້ນທາງດ່ວນ, 20 ນາທີ່ກໍຮອດສະຖານີລົດໄຟຄວາມໄວສູງ, ຍັງມີອິນເຕີເນັດ 5G ປົກຄຸມທົ່ວບ້ານ. ບ້ານທາຍພານ ມີປະເພນີທີ່ຫຼິ້ນບານບ້ວງ, ແຕ່ລະປີ, ເພື່ອສະເຫຼີມສະຫຼອງບຸນ “ຊື່ຈີ່ນ” ແປວ່າ “ບຸນກິນເຂົ້າໃໝ່" ເຊີ່ງເປັນບຸນປະເພນີໃນຍາມເກັບກ່ຽວ, ທາງບ້ານກໍໄດ້ຈັດການແຂ່ງຂັນບານບ້ວງກັບຊາວບ້ານອ້ອມຂ້າງ.

 


    ເງື່ອນໄຂດ້ານພື້ນຖານໂຄງລ່າງດີຂຶ້ນແລ້ວ, ເຮັດໃຫ້ການແຂ່ງຂັນບານບ້ວງທີ່ຈັດຂຶ້ນປີລະຄັ້ງນັ້ນ ຍິ່ງໄດ້ຮັບຄວາມຮັບຮູ້ ແລະຄວາມນິຍົມຊົມຊອບຫຼາຍຂຶ້ນ. ໃນການແຂ່ງຂັນບານບ້ວງທີ່ຈັດຂຶ້ນໃນລະດູຮ້ອນ 2022 ນີ້, ມີທີມບານ 198 ທີມເຂົ້າຮ່ວມການແຂ່ງຂັນ, ຍັງໄດ້ມີການຖ່າຍທໍາທາງອາກາດເປັນຄັ້ງທໍາອິດ, ເຮັດໃຫ້ການແຂ່ງຂັນບານບ້ວງທີ່ຈັດຂຶ້ນຢູ່ເຂດພູດອຍນີ້ ໂດ່ງດັງໄປທົ່ວປະເທດຈີນ, ໃນການແຂ່ງຂັນທີ່ດໍາເນີນເປັນເວລາ ເຄິ່ງເດືອນກວ່າ, ບ້ານທາຍພານໄດ້ຮັບຕ້ອນນັກທ່ອງທ່ຽວ 5 ແສນກວ່າເທື່ອຄົນ. ການແຂ່ງຂັນບານບ້ວງກໍມີຊື່ສຽງຂຶ້ນ ທັງເປັນການຊຸກຍູ້ຂະແໜງການທ່ອງທ່ຽວຂອງບ້ານໄປນໍາ, ແຕ່ວ່າປັດຈຸບັນ, ເງື່ອນໄຂຂອງບ້ານບໍ່ພ້ອມປານໃດແລ້ວ.

    ບ້ານທາຍພານທັງເຊື່ອມຊຶມຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ທັງວາງແຜນພັດທະນາບ້ານໃຫ້ຈະເລີນ. ທາງບ້ານໄດ້ຈັດກອງປະຊຸມຊາວບ້ານຫຼາຍຄັ້ງແລ້ວ, ຊາວບ້ານທັງຫຼາຍສະເໜີຄວາມເຫັນວ່າ: ນັກທ່ອງທ່ຽວມາຮອດບ້ານແລ້ວ, ບໍ່ມີບ່ອນໃຫ້ເຂົາເຈົ້າສອບຖາມຂໍ້ມູນ, ສະເໜີໃຫ້ທາງບ້ານສ້າງຈຸດຮັບຕ້ອນນັກທ່ອງທ່ຽວ. ສະເໜີສ້າງຫ້ອງນໍ້າສາທາ ລະນະໃຫ້ຫຼາຍຕື່ມ ເພື່ອໃຫ້ຄວາມສະດວກແກ່ນັກທ່ອງທ່ຽວ. ສະເໜີໃຫ້ສ້າງຕູ້ສາກໄຟຟ້າ ເພື່ອໃຫ້ນັກທ່ອງທ່ຽວຜູ້ຂັບລົດພະລັງງານໃໝ່ມາ ສາມາດສາກໄຟໃຫ້ລົດໄດ້. ພ້ອມທັງອະນາໄມໜ້າບ້ານຫຼັງບ້ານໃຫ້ສະອາດ, ສ້າງສະພາບແວດລ້ອມອັນສວຍງາມ.

 


    ຜູ້ອາຍຸສູງໃນບ້ານທາຍພານພາກັນເວົ້າວ່າ: ບໍ່ນຶກບໍ່ຝັນວ່າ ການແຂ່ງຂັນບານບ້ວງຂອງບ້ານຈະໂດ່ງດັງປານນີ້. ໃນເມື່ອກ່ອນ, ເປັນພຽງແຕ່ກິດຈະກໍາປະເພນີຂອງບ້ານເທົ່ານັ້ນ, ປັດຈຸບັນ, ດັງໄປທົ່ວປະເທດແລ້ວ ແລະຍັງສາມາດນໍາເອົາຜົນປະໂຫຍດອັນໃຫຍ່ໃຫ້ແກ່ບ້ານ. ລູກຫຼານເຮັດໄດ້ດີປານນີ້, ຮູ້ສຶກດີໃຈແບບບໍ່ມີຄໍາບັນຍາຍ.

    ເພື່ອຈັດຕັ້ງປະຕິບັດຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ແລະບຸກເບີກເສັ້ນທາງແຫ່ງການພັດທະນາບ້ານທາຍພານໃຫ້ຈະເລີນເປັນຢ່າງດີ, ທ່ານຈ່າງເຕີ ເລຂາທີໜຶ່ງປະຈໍາບ້ານທາຍພານໄດ້ຮຽບຮຽງຂໍ້ສະເໜີໃນກອງປະຊຸມຊາວບ້ານ, ວາງແຜນດໍາເນີນວຽກງານສໍາຄັນຂອງບ້ານ. ຕໍ່ໄປ, ບ້ານທາຍພານຈະສົ່ງເສີມວັດທະນະທໍາຊົນນະບົດ, ກິລາ, ການທ່ອງທ່ຽວແບບຊົມການແຂ່ງຂັນເປັນຕົ້ນຢ່າງແຂງແຮງ. ຊຸກຍູ້ໃຫ້ກະສິກໍາ, ວັດທະນະທໍາ ການທ່ອງທ່ຽວ ແລະ ກິລາພັດທະນາແບບເຊື່ອມໂຍງເຂົ້າກັນ.

 


    ບ້ານທາຍພານໄດ້ວາງແຜນການພັດທະນາຮຽບຮ້ອຍແລ້ວ ກໍຮອດຂັ້ນຕອນ ປະຕິບັດ. ການຂະຫຍາຍເດີ່ນບານບ້ວງໃຫ້ກວ້າງກວ່າເກົ່າ, ຂະຫຍາຍເດີ່ນຈອດລົດໃຫ້ກວ້າງກວ່າເກົ່າ, ສ້າງທາງເລາະຍ່າງທີ່ມີຮ້ານກິນດື່ມ, ສ້າງຫ້ອງນໍ້າ, ສ້າງຕູ້ສາກໄຟຟ້າ ລ້ວນແຕ່ໄດ້ຖືກຈັດເຂົ້າໃນແຜນດໍາເນີນງານ, ປີນີ້, ທາງບ້ານຍັງໄດ້ຮັບສິດເປັນເຈົ້າພາບຈັດການແຂ່ງຂັນບານບ້ວງຮອບຊີງຊະນະເລີດ ພາຍໃຕ້ ຫົວຂໍ້ “ຊົນນະບົດທີ່ສວຍງາມ” ທົ່ວແຂວງກຸ້ຍໂຈວ່, ມີຂ່າວດີມາເລື້ອຍໆ, ເຮັດໃຫ້ໄວໜຸ່ມທີ່ເຮັດວຽກຢູ່ຕ່າງຖິ່ນເປັນເວລາຫຼາຍປີນັ້ນ ໄດ້ຕັດສິນໃຈກັບເມືອບ້ານ ເພື່ອພັດທະນາບ້ານຂອງຕົນເອງ.

    ຊາວໜຸ່ມຜູ້ທີ່ກັບເມືອບ້ານເພື່ອສ້າງທຸລະກິດເຫຼົ່ານີ້ ມີຄວາມມຸ່ງຫວັງຫຼາຍຕໍ່ອະນາຄົດຂອງບ້ານ, ຫວັງວ່າ  ຈະຖືເອົາການແຂ່ງຂັນບານບ້ວງເປັນກໍາລັງຂັບເຄື່ອນ, ຊຸກຍູ້ໃຫ້ຂະແໜງການຕ່າງໆພັດທະນາຂຶ້ນຕື່ມອີກ. ພາຍຫຼັງເຮັດໃຫ້ບ້ານເຂັ້ມແຂງຂຶ້ນແລ້ວ ກໍຈະມີໂອກາດປະກອບອາຊີບຫຼາຍກວ່າເກົ່າ ແລະ ສາມາດດຶງດູດໄວໜຸ່ມກັບຄືນບ້ານ ແລະສ້າງສາບ້ານໄດ້ຫຼາຍກວ່າເກົ່າ.

    ສໍາລັບການຊຸກຍູ້ຊົນນະບົດໃຫ້ຈະເລີນນັ້ນ, ທາງຕາແສງທາຍພານກໍມີແນວ ຄິດໃໝ່ເຊັ່ນກັນ. ປັດຈຸບັນ, ຕາແສງທາຍພານມີແຜນຈະສ້າງວັດທະນະທໍາບານບ້ວງຂອງບ້ານທາຍພານ, ດອກຜັກກາດນໍ້າມັນຫຼາຍສີຂອງບ້ານຢາງຟ່າງ ແລະ ຂະແໜງການລ້ຽງປາຂອງບ້ານຄົ່ງຈ້າຍໃຫ້ເຊື່ອມຕໍ່ເຂົ້າກັນ ເພື່ອເລັ່ງລັດການສ້າງສັນຍະລັກການທ່ອງທ່ຽວດ້ານວັດທະນະທໍາ ແລະ ກິລາ.