“ກົດໝາຍວ່າດ້ວຍການຫຼຸດຜ່ອນອັດຕາເງິນເຟີ້” ຂອງອາເມຣິກາໄດ້ສ້າງຄວາມວຸ້ນວາຍຕໍ່ການຄ້າແລະການລົງທຶນສາກົນຢ່າງໜັກໜ່ວງ ພ້ອມທັງທຳລາຍຄວາມໝັ້ນທ່ຽງຂອງຕ່ອງໂສ້ການສະໜອງແລະຕ່ອງໂສ້ອຸດສາຫະກຳທົ່ວໂລກ

2022-12-02 14:41:38 CRI

ຫວ່າງມໍ່ໆມານີ້, ສະພາການຄ້າສິນຄ້າປະເພດຈັບຕ້ອງໄດ້ຂອງອົງການການຄ້າໂລກ ຫຼື WTO ໄດ້ຈັດກອງປະຊຸມທາງການຢູ່ນະຄອນເຊີແນວປະເທດສະວິສ. ຄະນະຜູ້ແທນຈີນໄດ້ສະແດງຄວາມເປັນຫ່ວງຢ່າງຍິ່ງຕໍ່ “ກົດໝາຍວ່າດ້ວຍການຫຼຸດຜ່ອນອັດຕາເງິນເຟີ້” ທີ່ອາເມຣິກາວາງອອກໃນຫວ່າງມໍ່ໆມານີ້ ທີ່ມີມາດຕະການລັກສະນະຈຳແນກ ແລະ ມີການອຸດໜູນແບບຜິດປົກະຕິດ້ານການຄ້າຫຼາຍຂໍ້, ນອກນີ້, ຍັງໄດ້ປະຕິບັດຫຼາຍນະໂຍບາຍ ແລະ ມາດຕະການທີ່ໄດ້ສ້າງຄວາມວຸ້ນວາຍຕໍ່ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງອຸດສາຫະກຳເຄິ່ງຕົວນຳທົ່ວໂລກ.


ໃນກອງປະຊຸມຖະແຫຼງຂ່າວທີ່ກະຊວງການຄ້າຈີນຈັດຂຶ້ນໃນວັນທີ 1 ທັນວານີ້, ທ່ານນາງຊູ້ແຈຖິງ ໂຄສົກກະຊວງການຄ້າຈີນກ່າວວ່າ: ການກະທຳຂອງອາເມຣິກາໄດ້ສ້າງຄວາມວຸ້ນວາຍຕໍ່ການຄ້າແລະການລົງທຶນສາກົນຢ່າງໜັກໜ່ວງ, ທຳລາຍຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງທົ່ວໂລກ, ຈີນສະແດງຄວາມເປັນຫ່ວງຢ່າງຍິ່ງຕໍ່ອາເມຣິກາທີ່ປະຕິບັດສອງມາດຕະຖານ ແລະ ມີການກະທຳແບບເຈົ້າອຳນາດ ໃນກະຕິກາການຄ້າສາກົນ. ຈີນທວງໃຫ້ອາເມຣິກາປະຕິບັດຕາມພັນທະຂອງກະຕິກາອົງການການຄ້າໂລກຢ່າງເຄັ່ງຄັດ, ປົກປ້ອງອິດທິພົນ ແລະ ຄວາມສັກສິດຂອງລະບົບການຄ້າຫຼາຍຝ່າຍຢ່າງແທ້ຈິງ.