ທະນາຄານກາງປະເທດໄທປັບຂຶ້ນຕົວເລກຄາດຄະເນອັດຕາເງິນເຟີ້ລວມຂອງໄທໃນປີ 2023 ເປັນ 3,0%

2022-12-02 16:13:35 cri

ວັນທີ 1 ທັນວານີ້, ທະນາຄານກາງປະເທດໄທໄດ້ເປີດເຜີຍບົດລາຍງານ ໂດຍໄດ້ປັບຂຶ້ນຕົວເລກຄາດຄະເນອັດຕາເງິນເຟີ້ລວມຂອງໄທໃນປີ 2023 ຈາກ 2,6% ເປັນ 3,0%.

ທະນາຄານກາງປະເທດໄທແຈ້ງໃຫ້ຮູ້ວ່າ: ສາເຫດຕົ້ນຕໍທີ່ເຮັດໃຫ້ຕົວເລກຄາດຄະເນອັດຕາເງິນເຟີ້ໃນປີ 2023 ເພີ່ມຂຶ້ນ ແມ່ນຍ້ອນການສະໜອງ, ໃນນັ້ນ ລາຄາພະລັງງານໄຟຟ້າເພີ່ມຂຶ້ນແມ່ນປັດໄຈທີ່ສຳຄັນ.