ທ່ານອັນໂຕນີ ບຣິນເກນ ຫວັງວ່າຈະໄດ້ໄປຢ້ຽມຢາມຈີນເພື່ອສືບຕໍ່ວຽກງານຫຼັງການພົບປະກັນລະຫວ່າງປະມຸກລັດຈີນ-ອາເມຣິກາທີ່ເກາະບາຫຼີ

2022-12-03 13:00:51 cri


ວັນທີ 1 ທັນວາ 2022 ໃນໂອກາດຕອບຄຳຖາມກ່ຽວກັບທ່ານອັນໂຕນີ ບຣິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຢາກໄປຢ້ຽມຢາມປະເທດຈີນ, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ທ່ານອັນໂຕນີ ບຣິນເກນ ຫວັງຢາກຢ້ຽມຢາມປະເທດຈີນເພື່ອສືບຕໍ່ວຽກງານຫຼັງການພົບປະກັນລະຫວ່າງປະມຸກລັດຈີນ-ອາເມຣິກາທີ່ເກາະບາຫຼີ ປະເທດອິນໂດເນເຊຍ, ຈີນສະແດງຄວາມຍິນດີຕ້ອນຮັບ.

ມີຂ່າວລາຍງານໃຫ້ຮູ້ວ່າ: ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ, ທ່ານອັນໂຕນີ ບຣິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາກ່າວວ່າ: ການພົບປະກັນລະຫວ່າງປະມັກລັດອາເມຣິກາ-ຈີນຢູ່ເກາະບາຫຼີໄດ້ຮັບໝາກຜົນອັນອຸດົມສົມບູນ, ສອງຝ່າຍແລກປ່ຽນຄວາມເຫັນຢ່າງຈະແຈ້ງໂດຍກົງກ່ຽວກັບຜົນປະໂຫຍດ, ເຈຈຳນົງ ແລະ ນະໂຍບາຍຂອງຕົນແມ່ນເລື່ອງທີ່ສຳຄັນເປັນຢ່າງຍິ່ງ, ຕົນເອງຢ້ຽມຢາມປະເທດຈີນກໍເພື່ອສືບຕໍ່ການແລກປ່ຽນແບບນີ້, ຮັບປະກັນໃຫ້ສອງຝ່າຍມີຊ່ອງທາງແລກປ່ຽນທີ່ເປີດເຜີຍ ເພື່ອຫຼີກເວັ້ນການປະທະກັນ.

ທ່ານຈ້າວລີ້ຈ່ຽນ ເນັ້ນໜັກວ່າ: ຫວັງວ່າອາເມຣິກາຈະເດີນໄປຕາມທິດທາງດຽວກັນກັບປະເທດຈີນ, ປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງປະມັກລັດສອງປະເທດ, ຮ່ວມກັນຄົ້ນຄວ້າເປິກສາຫາລືຫຼັກການຊີ້ນຳ ຫຼື ຂອບຍຸດທະສາດຂອງການພົວພັນລະຫວ່າງຈີນກັບອາເມຣິກາ, ສະແຫວງຫາວິຖີການຢູ່ຮ່ວມກັນທີ່ຖືກຕ້ອງຂອງສອງປະເທດ, ຊຸກຍູ້ໃຫ້ສາຍພົວພັນລະຫວ່າງຈີນ-ອາເມຣິກາກັບຄືນສູ່ເສັ້ນທາງພັດທະນາທີ່ປອດໃສ, ສ້າງຜົນປະໂຫຍດໃຫ້ແກ່ສອງປະເທດແລະໂລກ.