ປະທານອົງການ IMF ກ່າວວ່າ: ຄວາມອາດເປັນໄປໄດ້ທີ່ຈັງຫວະເຕີບໂຕຂອງເສດຖະກິດໂລກໃນປີໜ້າອາດຈະຕ່ຳວ່າ 2% ໄດ້ເພີ່ມຂຶ້ນ

2022-12-03 13:01:53 cri


ວັນທີ 1 ທັນວາ 2022, ນາງຄຣິສທະລິນາ ເກີໂອເກຍວາ ປະທານອົງການກອງທຶນເງິນຕາສາກົນຫຼື IMF ກ່າວວ່າ: ຍ້ອນວ່າຈັງຫວະເຕີບໂຕຂອງກຸ່ມເສດຖະກິດຕົ້ນຕໍຈຳນວນໜຶ່ງຊ້າລົງ, ຄວາມອາດເປັນໄປໄດ້ທີ່ຈັງຫວະເຕີບໂຕຂອງເສດຖະກິດໂລກໃນປີ 2023 ຕ່ຳກວ່າ 2% ກຳລັງເພີ່ມຂຶ້ນ.

ວັນທີ 1 ທັນວານີ້ໃນກອງປະຊຸມສາກົນຄັ້ງໜຶ່ງ, ນາງເກີໂອເກຍວາ ກ່າວວ່າ: ດັດສະຊີຈຳນວນໜຶ່ງໃນໄລຍະມໍ່ໆມານີ້ສະແດງໃຫ້ເຫັນວ່າ, ຄວາມອາດເປັນໄປໄດ້ທີ່ຈັງຫວະເຕີບໂຕຂອງເສດຖະກິດໂລກຊ້າລົງໄດ້ເພີ່ມຂຶ້ນຕື່ມອີກ, ອີງຕາມການຄາດຄະເນຫຼ້າສຸດຂອງ IMF ກ່ຽວກັບການເຕີບໂຕຂອງເສດຖະກິດໂລກໃນປີ 2023, ຈັງຫວະເຕີບໂຕຂອງເສດຖະກິດໂລກຕ່ຳກວ່າ 2% ໄດ້ເພີ່ມຂຶ້ນເປັນ 25% ແລ້ວ. IMF ຄາດຄະເນວ່າກຸ່ມເສດຖະກິດຂອງໂລກມີ 1 ສ່ວນ 3 ຈະຫຼຸດລົງໃນປີນີ້ຫຼືປີໜ້າ.