ການເປີດບໍລິການຂອງທາງລົດໄຟຈີນ-ລາວຄົບຮອດບໜຶ່ງປີໄດ້ສ້າງຜົນງານທີ່ໂດດເດັ່ນ

2022-12-03 15:35:02 cri

    ວັນທີ 3 ທັນວານີ້, ທາງລົດໄຟຈີນ-ລາວໄດ້ເປີດບໍລິການຄົບຮອບ 1 ປີ. ອີງຕາມຂໍ້ມູນສະຖິຕິສະແດງໃຫ້ເຫັນວ່າ: ນັບມາຮອດວັນທີ 2 ທັນວານີ້, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານທັງໝົດ 8,5 ລ້ານເທື່ອຄົນ ແລະ ສິນຄ້າ 11,2 ລ້ານໂຕນ ເຊິ່ງໄດ້ຮັກສາຄວາມປອດໄພໃນດ້ານການຂົນສົ່ງ. ການຂົນສົ່ງສິນຄ້າທີ່ຈັບຕ້ອງໄດ້ຕາມທາງລົດໄຟຈີນ-ລາວໄດ້ທົ່ວເຖິງປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເຊັ່ນ: ລາວ, ໄທ, ມຽນມາ, ມາເລເຊຍ, ກໍາປູເຈຍ, ຫວຽດນາມ, ບັງກາລາເດັດ, ສິ່ງກະໂປ ແລະປະເທດອື່ນໆ. ປະເພດສິນຄ້າທີ່ຈັບຕ້ອງໄດ້ ໄດ້ເພີ່ມຂຶ້ນຈາກ 10 ກວ່າປະເພດໃນໄລຍະຕົ້ນການບໍລິການ ເປັນ 1200 ກວ່າປະເພດໃນປັດຈຸບັນ.