ເສັ້ນທາງແຫ່ງມິດຕະພາບທີ່ໄປສູ່ອະນາຄົດອັນດີງາມ

2022-12-03 17:59:21 cri

 

    ວັນທີ 3 ທັນວານີ້, ທາງລົດໄຟຈີນ-ລາວໄດ້ເປີດບໍລິການຄົບຮອບ 1 ປີ.  ວັນທີ 2 ທັນວານີ້, ອົງການປົກຄອງແຂວງຢູນນານ ໄດ້ຈັດກອງປະຊຸມ ຖະແຫຼງຂ່າວ, ໂດຍໄດ້ແນະນໍາສະພາບລວມນັບແຕ່ທາງລົດໄຟຈີນ-ລາວເປີດ ບໍລິການເປັນເວລາ 1 ປີມານີ້.

    ປັດຈຸບັນ, ການຂົນສົ່ງສິນຄ້າທີ່ຈັບຕ້ອງໄດ້ຕາມທາງລົດໄຟຈີນ-ລາວໄດ້ທົ່ວເຖິງປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເຊັ່ນ: ລາວ, ໄທ, ມຽນມາ, ມາເລເຊຍ, ກໍາປູເຈຍ, ຫວຽດນາມ, ບັງກາລາເດັດ, ສິ່ງກະໂປ ແລະປະເທດ ອື່ນໆ. 

    ຈີນມີ 25 ແຂວງ/ເຂດປົກຄອງຕົນເອງ/ກຳແພງນະຄອນ ໄດ້ເປີດຖ້ຽວລົດໄຟຈີນ-ລາວ, ລົດໄຟຂົນສົ່ງສິນຄ້າທີ່ຈັບຕ້ອງໄດ້ເພີ່ມຈາກຂຶ້ນ 1 ຄູ່ສະເລ່ຍຕໍ່ມື້ໃນໄລຍະຕົ້ນຂອງການເປີດບໍລິການເປັນ 6 ຄູ່ສະເລ່ຍຕໍ່ມື້ໃນປັດຈຸບັນ. ປະເພດສິນຄ້າທີ່ຈັບຕ້ອງໄດ້ ໄດ້ເພີ່ມຂຶ້ນຈາກ 10 ກວ່າປະເພດໃນໄລຍະຕົ້ນການບໍລິການ ເປັນ 1200 ກວ່າປະເພດໃນປັດຈຸບັນ. ນັບມາຮອດວັນທີ 2 ທັນວານີ້, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານທັງໝົດ 8,5 ລ້ານເທື່ອຄົນ ແລະ ສິນຄ້າ 11,2 ລ້ານໂຕນ.


   

   ພາຍຫຼັງເປີດບໍລິການເປັນເວລາ 1 ປີມານີ້, ທາງລົດໄຟໄດ້ສະແດງໃຫ້ເຫັນເຖິງຈຸເດັ່ນ ແລະບົດບາດສໍາຄັນຄືດັ່ງລຸ່ມນີ້:

   ໜຶ່ງ, ຜູ້ໂດຍສານອອກເດີນທາງໄດ້ສະດວກສະບາຍ ແລະວ່ອງໄວກວ່າເກົ່າ. ຂະບວນລົດໄຟ “ຟູ້ຊີ່ງ” ແລະ “ລ້ານຊ້າງ” ມີຄວາມປອດໄພ, ອະນຸລັກສິ່ງແວດລ້ອມ, ວ່ອງໄວ ແລະສະບາຍ, ເຊິ່ງໄດ້ຫຍໍ້ເວລາໃຫ້ສັ້ນລົງຫຼາຍໃນການເດີນທາງລະຫວ່າງຕົວເມືອງຕ່າງໆຢູ່ລຽບຕາມທາງ, ໂດຍໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນສອງປະເທດຈີນ-ລາວ, ກາຍເປັນທາງເລືອກອັນທີໜື່ງໃນການເດີນທາງ.

   ສອງ, ຈໍານວນຂົນສົ່ງສິນຄ້າທີ່ຈັບຕ້ອງໄດ້ ເພີ່ມຂຶ້ນຢ່າງຫຼວງຫຼາຍ. ທາງລົດໄຟຈີນ-ລາວໄດ້ສ້າງຊ່ອງທາງຈໍລະຈອນສິນຄ້າສາກົນທີ່ສະດວກ ລະຫວ່າງຈີນ ແລະອາຊຽນ, ເວລາ ແລະຕົ້ນທຶນດ້ານການຂົນສົ່ງໄດ້ຫຼຸດລົງຢ່າງຫຼວງຫຼາຍ, ຄວາມຕ້ອງການຂົນສົ່ງຕາມທາງລົດໄຟຈີນ-ລາວນັບມື້ນັບຫຼາຍຂຶ້ນ

   ສາມ, ການເຄື່ອນໄຫວ ແລະການຄຸ້ມຄອງບໍລິຫານມີຄວາມປອດໄພ ແລະໝັ້ນທ່ຽງ. ຈີນໄດ້ສົ່ງນັກວິຊາການດ້ານເຕັກນິກທີ່ກ່ຽວພັນເຖິງຂົງເຂດທັງໝົດຂອງທາງລົດໄຟຈໍານວນ 540 ຄົນໄປປະເທດລາວ ເພື່ອໃຫ້ການຊ່ວຍເຫຼືອວຽກງານດ້ານຄຸ້ມຄອງບໍລິຫານທາງລົດໄຟ, ທັງໄດ້ຈັດຊຸດອົບຮົມໃຫ້ນັກວິຊາການລາວ, ນັກວິຊາການລາວ 700 ກວ່າຄົນໄດ້ຜ່ານການຝຶກອົບຮົມແລ້ວເຂົ້າເຮັດວຽກທີ່ກ່ຽວຂ້ອງ, ກາຍເປັນນັກວິຊາການເຕັກນິກດ້ານລົດໄຟຮຸ່ນທໍາອິດຂອງລາວ.

   ທາງລົດໄຟຈີນ-ລາວແມ່ນທາງລົດໄຟຂ້າມຊາດທີ່ຜ່ານພູຜາປ່າໄມ້, ຍິ່ງເປັນເສັ້ນທາງແຫ່ງມິດຕະພາບທີ່ຮ່ວມຊາຕາກໍາ ແລະເສັ້ນທາງແຫ່ງມິດຕະພາບທີ່ໄປສູ່ອະນາຄົດອັນດີງາມ. ທາງລົດໄຟເສັ້ນນີ້ໄດ້ເຮັດໃຫ້ສອງປະເທດຈີນ-ລາວຫຍັບໃກ້ຂຶ້ນ, ຊຸກຍູ້ການແລກປ່ຽນ ແລະການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.