ວັນຄົນພິການສາກົນ

2022-12-03 12:58:33 cri


    ວັນທີ 3 ທັນວາແມ່ນວັນຄົນພິການສາກົນ. ອີງຕາມຂໍ້ມູນສະຖິຕິຂອງອົງການອະນາໄມໂລກສະແດງໃຫ້ເຫັນວ່າ: ທົ່ວໂລກມີຄົນພິການປະມານ 1 ຕື້ຄົນ, ກວມປະມານ 15% ຂອງຍອດຈໍານວນປະຊາກອນໂລກ. ທຸກໆຊີວິດລ້ວນແຕ່ຄວນໄດ້ຮັບຄວາມເຂົ້າໃຈ ແລະຄວາມເຄົາລົບນັບຖືທີ່ສະເໝີກັນ, ການຫຼຸດຜ່ອນສິ່ງຂັດຂວາງດ້ານການເດີນທາງຂອງຜູ້ຄົນທີ່ໄປມາບໍ່ສະດວກ ແລະ ສ້າງຊີວິດການເປັນຢູ່ທີ່ປອດສິ່ງຂັດຂວາງໃຫ້ແກ່ເຂົາເຈົ້ານັ້ນ ບໍ່ພຽງແຕ່ຕ້ອງເຮັດໃນມື້ນີ້ເທົ່ານັ້ນ, ຍັງຄວນແມ່ນແຕ່ລະມື້ໃນຂ້າງໜ້າ.