ຣັດເຊຍບໍ່ຍອມຮັບປະເທດຕາເວັນຕົກຈໍາກັດລາຄານໍ້າມັນຂອງຣັດເຊຍ

2022-12-04 12:36:34 CRI


    ຫວ່າງມໍ່ໆມານີ້, ປະເທດສະມາຊິກຂອງສະຫະພາບເອີຣົບໄດ້ເຫັນດີເປັນເອກະພາບກັນຕໍ່ການຈໍາກັດລາຄານໍ້າມັນສູງສຸດຂອງຣັດເຊຍທີ່ສົ່ງອອກໂດຍການຂົນສົ່ງທາງເຮືອໃຫ້ຢູ່ໃນລະດັບ 60 ໂດລາສະຫະລັດຕໍ່ບາເຣນ. ສັນຍາສະບັບດັ່ງກ່າວຕ້ອງໄດ້ຮັບການອະນຸມັດຢ່າງເປັນທາງການຜ່ານຂັ້ນຕອນລາຍລັກອັກສອນເຊິ່ງລາຍລະອຽດທີ່ກ່ຽວຂ້ອງນັ້ນໄດ້ຕົກລົງຈະເປີດເຜີຍໃນວັນທີ 4 ທັນວານີ້.


   ສາທາລະນະລັດເຊັກທີ່ເປັນປະເທດປະທານໝູນວຽນຂອງສະຫະພາບເອີຣົບໄດ້ແຈ້ງຂ່າວດັ່ງກ່າວທາງສື່ສັງຄົມອອນລາຍໃນວັນທີ 2 ທັນວານີ້. ພາຍຫຼັງສັນຍາດັ່ງກ່າວມີຜົນສັກສິດຢ່າງເປັນທາງການ, ສະຫະພາບເອີຣົບຈະເກືອດຫ້າມວິສາຫະກິດຂອງຕົນ ສະໜອງການບໍລິການດ້ານປະກັນໄພ, ການເງິນແລະອື່ນໆໃຫ້ແກ່ການຂົນສົ່ງນໍ້າມັນດິບຂອງຣັດເຊຍໃນກໍລະນີທີ່ລາຄານໍ້າມັນດິບຂອງຣັດເຊຍສູງກວ່າ 60 ໂດລາສະຫະລັດຕໍ່ບາເຣນ.


   ວັນທີ 3 ທັນວານີ້ຕາມເວລາທ້ອງຖິ່ນ, ທ່ານ ດີມິຕຼີ ເປສ໌ໂຄຟ, ເລຂາຖະແຫຼງຂ່າວຂອງປະທານາທິບໍດີຣັດເຊຍໃຫ້ຮູ້ວ່າ: ຣັດເຊຍບໍ່ຍອມຮັບການຈໍາກັດລາຄານໍ້າມັນສູງສຸດທີ່ປະເທດຕາເວັນຕົກສະເໜີອອກ, ວັງແກຣມແລງພວມປະເມີນສະພາບການໃນປັດຈຸບັນ, ຝ່າຍຣັດເຊຍໄດ້ທຳການກະກຽມຈຳນວນໜຶ່ງແລ້ວຕໍ່ການຈໍາກັດລາຄານໍ້າມັນສູງສຸດຂອງສະຫະພາບເອີຣົບ.