ເຈົ້າໜ້າທີ່ສະຫະພາບເອີຣົບກ່າວວ່າ, ການປະທະກັນລະຫວ່າງຣັດເຊຍແລະອູແກຣນມີຜົນກະທົບຕໍ່ສະຫະພາບເອີຣົບຫຼາຍກວ່າເມື່ອທຽບໃສ່ອາເມລິກາ

2022-12-04 13:37:21 CRI


    ຕາມຂ່າວສານອີຕາຕັສຂອງຣັດເຊຍລາຍງານວ່າ: ທ່ານ ຊາສ ມິເຊວ ປະທານ ສະພາສະຫະພາບເອີຣົບໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ທັນວານີ້ຕາມເວລາທ້ອງຖິ່ນວ່າ, ຜົນກະທົບຈາກການປະທະກັນລະຫວ່າງຣັດເຊຍແລະອູແກຣນທີ່ມີຕໍ່ສະຫະພາບເອີຣົບແລະອາເມລິກາແມ່ນມີລະດັບທີ່ແຕກຕ່າງກັນ. ອາເມລິກາເປັນປະເທດສົ່ງອອກດ້ານພະລັງງານ,  ໄດ້ຮັບຜົນກະທົບຈາກວິກິດການດ້ານພະລັງງານໜ້ອຍກວ່າເອີຣົບ. ປັດຈຸບັນນີ້, ເອີຣົບພວມປະເຊີນກັບຄວາມຫຍຸ້ງຍາກດ້ານລາຍຈ່າຍບ້ວງໃຫຍ່, ພ້ອມທັງຍັງປະເຊີນກັບຄວາມສ່ຽງທີ່ເສດຖະກິດຊຸດໂຊມ. ເນື່ອງຈາກວ່າລາຄາພະລັງງານສູງຂຶ້ນ, ວິສາຫະກິດຂອງເອີຣົບຕ້ອງຈ່າຍຕົ້ນທຶນຫຼາຍກວ່າເກົ່າ, ພ້ອມທັງຍັງປະເຊີນກັບການແຂ່ງຂັນຈາກວິສາຫະກິດຂອງອາເມລິກາ.

    

    ຕາມຂ່າວສານ Sputnik ຂອງຣັດເຊຍລາຍງານວ່າ: ທ່ານ ຄາດຣີ ຊິມຊອນ ເຈົ້າໜ້າທີ່ດ້ານພະລັງງານຂອງຄະນະກຳມະການສະຫະພາບເອີຣົບ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ທັນວານີ້ວ່າ, ເຖິງວ່າປະເທດສະມາຊິກຂອງສະຫະພາບເອີຣົບໄດ້ຊອກຫາຊ່ອງທາງສະໜອງອາຍແກສທໍາມະຊາດໃນຕະຫຼາດຂອງທົ່ວໂລກໃຫ້ຫຼາຍກວ່າເກົ່າຈົນສຸດຄວາມສາມາດ, ພ້ອມທັງເພີ່ມຄັງສໍາຄອງຂອງອາຍແກສທໍາມະຊາດທາດແຫຼວກໍຄືເພີ່ມທະວີການຫັນປ່ຽນຮູບແບບພະລັງງານແລ້ວກໍຕາມ, ແຕ່ການສະໜອງດ້ານພະລັງງານຍັງມີຂີດຈໍາກັດຢູ່. ວິກິດການດ້ານພະລັງງານທີ່ໜັກໜ່ວງຂອງປະເທດສະມາຊິກຂອງສະຫະພາບເອີຣົບອາດຈະສືບເນື່ອງໄປຮອດປີໜ້າ.