ກົດໜາຍຫຼຸດໄພເງິນເຟີ້ຂອງອາເມຣິກາພາໃຫ້ເອີຣົບບໍ່ພໍໃຈນຳ

2022-12-04 15:49:42 cri


 

ກົດໝາຍຫຼຸດໄພເງິນເຟີ້ທີ່ອາເມຣິກາວາງອອກນັ້ນພາໃຫ້ເອີຣົບມີຄຳຕິຕຽນແລະມີຄວາມລະແວງສົງໄສຢ່າງຫຼວງຫຼາຍ. ວັນທີ 3 ທັນວານີ້, ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນ, ທ່ານ Christian Lindner   ລັດຖະມົນຕີກະຊວງການເງິນເຢຍລະມັນໄດ້ກ່າວເຕືອນວ່າ ຄວາມຂັດແຍ້ງດ້ານການຄ້າລະຫວ່າງເອີຣົບກັບອາເມຣິກາຈະຍົກລະດັບ.


ທ່ານChristian Lindner ກ່າວວ່າ: ອາເມຣິກາພວມປະຕິບັດນະໂຍບາຍດ້ານເສດຖະກິດທີ່ມີລັດທິປົກປ້ອງທີ່ສຸດ, ນີ້ພາໃຫ້ມີຄຳຕິຕຽນຢູ່ເອີຣົບ, ຄວາມຂັດແຍ້ງດ້ານການຄ້າກໍ່ມີທ່ວງທ່າຍົກລະດັບຂຶ້ນ. ປະເທດຢູ່ເອີຣົບຕ້ອງການຍົກຄວາມສາມາດແຂ່ງຂັນໃຫ້ສູງຂຶ້ນໂດຍຖືກົດໝາຍເປັນພື້ນຖານ, ລາຄາພະລັງງານທີ່ສູງຂຶ້ນໃນປັດຈຸບັນຢູ່ໃນເອີຣົບໄດ້ນຳເອົາຄວາມອັນຕະລາຍໃຫ້ແກ່ເສດຖະກິດ, ພ້ອມທັງພາໃຫ້ການແຂ່ງຂັນກັບອາເມຣິກາຖືກບິດເບືອນ.


ຫວ່າງບໍ່ດົນມານີ້, ລັດຖະມົນຕີທີ່ຮັບຜິດຊອບວຽກງານດ້ານການຄ້າຂອງປະເທດສະມາຊິກສະຫະພາບເອີຣົບໄດ້ຈັດກອງປະຊຸມຢູ່ບຣຸກແຊນ ໂດຍໄດ້ສະແດງຄວາມເປັນຫ່ວງຕໍ່ກົດໝາຍຫຼຸດໄພເງິນເຟີ້ຂອງອາເມຣິກາ, ເຫັນວ່າ ການເກື້ອກູນແບບສີຂຽວຫຼາຍໂຄງການຂອງຝ່າຍອາເມຣິກາ ເປັນການດູໝີ່ນຕໍ່ອຸດສາຫະກຳລົດຍົນ ພະລັງງານໝູນວຽນ ແບັດເຕີຣີແລະຂະແໜງການແບບພະລັງງານສຸມຂອງສະຫະພາບເອີຣົບ, ອາດຈະເກີດມີຜົນກະທົບອັນໃຫຍ່ຫຼວງຕໍ່ຄວາມສາມາດແຂ່ງຂັນແລະການຕົກລົງນະໂຍບາຍຂອງອຸດສາຫະກຳສະຫະພາບເອີຣົບ.