ເສັ້ນທາງລົດໄຟລາວ-ຈີນ ໄດ້ກາຍເປັນຄວາມພາກພູມໃຈຂອງປະຊາຊົນ ລາວ ແລະ ປະເທດລາວ

2022-12-04 15:41:20 CRI

ວັນທີ 3 ທັນວານີ້, ລັດຖະບານລາວໄດ້ຈັດພິທີ ສະຫຼຸບຜົນງານການເປີດນໍາໃຊ້ທາງລົດໄຟລາວ-ຈີນ ຄົບຮອບ 1 ປີ, ທ່ານ ສອນໄຊ ສີພັນດອນ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີລາວໄດ້ກ່າວໃນພິທີດັ່ງກ່າວວ່າ: ເສັ້ນທາງລົດໄຟລາວ-ຈີນ ໄດ້ກາຍເປັນຄວາມພາກພູມໃຈຂອງປະຊາຊົນລາວ ແລະ ປະເທດລາວ. ນັບແຕ່ເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນເປັນເວລາ 1 ປີເປັນຕົ້ນມາ, ໂດຍຜ່ານການດໍາເນີນທຸລະກິດທີ່ມີປະລິມານຫຼາຍ ແລະ ຜ່ານການທົດສອບໜັກໜ່ວງຈາກສະພາບແວດລ້ອມພາຍນອກ, ຈິ່ງໄດ້ສະແດງໃຫ້ເຫັນຄຸນນະພາບການກໍ່ສ້າງ ແລະ  ມາດຕະຖານຈີນ, ໄດ້ສະແດງໃຫ້ເຫັນເຖິງປະສິດທິພາບຂອງການຄຸ້ມຄອງທາງລົດໄຟຈີນ.

 


ທ່ານສອນໄຊ ສີພັນດອນກ່າວວ່າ, ການເປີດນໍາໃຊ້ ແລະ ດໍາເນີນທຸລະກິດບໍລິການຂອງທາງລົດໄຟລາວ-ຈີນ, ມັນໄດ້ປ່ຽນໂສມໜ້າໃຫມ່ຂອງການຄົມມະນາຄົມຂົນສົ່ງຂອງ ສປປ ລາວ, ສາມາດບັນລຸຄວາມມຸ່ງມາດປາຖະໜາ ໃນການ "ຫັນຈາກ

ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຕໍ່" ຂອງລາວ, ໄດ້ເປີດສັງກາດໃໝ່ແຫ່ງການຂົນສົ່ງທາງລົດໄຟລາວ-ຈີນ.

ໄລຍະທາງເສັ້ນທາງລົດໄຟສະເລ່ຍຕໍ່ຫົວຄົນຂອງລາວໄດ້ຈາກອັນດັບສຸດທ້າຍຂຶ້ນເປັນອັນດັບ 28 ໃນຈໍານວນ 149 ປະເທດ ໃນໂລກທີ່ມີເສັ້ນທາງລົດໄຟ ແລະ ເປັນອັນດັບ 1 ຂອງອາຊຽນ, ກາຍເປັນຈຸດເຊື່ອມຕໍ່ດ້ານຄົມມະນາຄົມຂົນສົ່ງທີ່ສໍາຄັນຂອງແຫຼມອິນດູຈີນ.

ທ່ານສອນໄຊສີພັນດອນກ່າວວ່າ: ໄລຍະເວລາ 1 ປີ ທີ່ເປີດນໍາໃຊ້ ແລະ ດໍາເນີນທຸລະກິດຂອງທາງລົດໄຟລາວ-ຈີນ, ມັນເປັນທັງຂອດສໍາຄັນ ທັງເປັນຈຸດເລີ່ມຕົ້ນໃໝ່. ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານລາວຈະ ສືບຕໍ່ສະໜັບສະໜູນບັນດາວຽກງານຂອງບໍລິສັດທາງລົດໄຟລາວ-ຈີນ, ເພີ່ມທະວີການຮ່ວມມື, ດໍາເນີນການປົກປັກຮັກສາ, ດໍາເນີນທຸລະກິດ ແລະ ພັດທະນາເສັ້ນທາງລົດໄຟລາວ-ຈີນ ໃຫ້ໄດ້ດີ, ນໍາເອົາຜົນປະໂຫຍດທີ່ແທ້ຈິງ ແລະ ນໍາເອົາຄວາມຮັ່ງມີມາສູ່ປະຊາຊົນສອງປະເທດ, ປະກອບສ່ວນສໍາຄັນໃໝ່ເຂົ້າໃນການສ້າງຄູ່ຮ່ວມຊະຕາກໍາລາວ-ຈີນ!



ທ່ານ ຊ້ຽງຟັງຊຽງ ອຸປະທູດຂອງສະຖານທູດຈີນປະຈຳລາວກ່າວວ່າ, ໃນຖານະເປັນໂຄງການສຳຄັນຂອງຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ"ແລະຍຸດທະສາດ "ຫັນປະເທດLandlock ເປັນປະເທດ Landlink", ເສັ້ນທາງລົດໄຟຈີນ-ລາວແມ່ນສີລາລຶກອັນສຳຄັນໃນການກໍ່ສ້າງພື້ນຖານໂຄງ ລ່າງທີ່ທັນສະໄໝຂອງລາວ, ຝ່າຍຈີນຍິນດີຈະຮ່ວມກັບຝ່າຍລາວ ໃນການ ຜັນຂະຫຍາຍຄວາມເປັນເອກະພາບກັນຂອງການນຳສູງສຸດ ສອງພັກ ສອງລັດ, ປະຕິບັດຕາມເປົ້າໝາຍ “ຊຸກຍູ້ຄວາມຄິດການເຊື່ອມຈອດກັນ ຂອງ ສາມປະເທດ ຈີນ ລາວ ແລະ ໄທ, ປະຕິບັດການບຳລຸງຮັກສາທາງລົດໄຟໃຫ້ດີ, ສ້າງສາແລວທາງເສດຖະກິດລຽບຕາມ ທີ່ມີມາດຕະຖານສູງ, ສາມາດດຳເນີນແບບຍືນຍົງ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ”ທີ່ກຳນົດໃນຖະແຫຼງການຮ່ວມໃນການລົງເລິກກໍ່ສ້າງຄຸ່ຮ່ວມຊາຕາກຳເປັນອີກກ້າວໜຶ່ງ,ພະຍາຍາມຮັບປະກັນຄວາມປອດໄພຂອງທາງລົດໄຟແລະການດຳເນີນງານຢ່າງມີປະສິດທິພາບ,ປະກອບສ່ວນອັນໃຫຍ່ກວ່າເກົ່າເຂົ້າໃນການຊຸກຍູ້ການເຊື່ອມຈອດກັນ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ!




ທ່ານສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ, ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ, ກໍຄືຜູ້ຮັບຜິດຊອບອື່ນໆຂອງສຳນັກງານນາຍົກ, ສະພາແຫ່ງຊາດ, ກະຊວງກົມກອງຕ່າງໆ, ຜູ້ນຳບັນດາແຂວງລຽບຕາມເສັ້ນທາງລົດໄຟ,  ທ່ານຈູ່ໂກຈ່ຽງ ປະທານບໍລິສັດເສັ້ນທາງລົດໄຟລາວຈີນ, ຜູ້ຕາງໜ້າກຳມະກອນຂອງໜ່ວຍງານຕ່າງໆທີ່ເຂົ້າຮ່ວມການກໍ່ສ້າງເສັ້ນທາງລົດໄຟລາວຈີນ ລວມທັງໝົດປະມານ 400 ຄົນໄດ້ເຂົ້າຮ່ວມພິທີຄັ້ງນີ້.



ໃນພິທີດັ່ງກ່າວ, ບໍລິສັດເສັ້ນທາງລົດໄຟລາວ-ຈີນໄດ້ນຳສະເໜີການບໍລິການໃໝ່ສອງຢ່າງ, ເພື່ອຊ່ວຍຍົກລະດັບການບໍລິການຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າຂອງເສັ້ນທາງລົດໄຟລາວ-ຈີນໃຫ້ສູງກວ່າເກົ່າ. ໃນນັ້ນ, “LCR ticket APP” ສາມາດໂຫຼດໃນຮ້ານandroid, ກວດຫາຂໍ້ມູນສະຖານີລົດໄຟ. ໃນທ້າຍເດືອນທັນວາປີນີ້, ສາມາດໂຫຼດໃນຮ້ານແອເປິນ, ທັງສາມາຊື້ປີ້ຜ່ານທາງອິນເຕີເນັດໄດ້.  ການບໍລິການໃໝ່ດ້ານການຂົນສົ່ງສິນຄ້າ ຄື “ປີ້ດຽວສຳລັບການຂົນສົ່ງທາງລົດໄຟແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ຄືໃຊ້ໃບຂົນສົ່ງທາງລົດໄຟສາກົນ ຫຼື ໃບຂົນສົ່ງແບບປະສົມຫຼາຍຮູບການ, ໃຊ້ຫຼາຍຮູບການເພື່ອຂົນສົ່ງສິນຄ້າຂ້າມຊາດດ້ວຍປີ້ດຽວ, ປະສານງານບັນດາຂອດທີ່ກ່ຽວຂ້ອງກັບການຂົນສົ່ງສິນຄ້າຂອງຂະບວນລົດໄຟສາກົນ, ຊຸກຍູ້ການຂົນສົ່ງສິນຄ້າລະຫວ່າງສອງປະເທດລາວ-ຈີນ.


ຕາມຂ່າວແຈ້ງໃຫ້ຮູ້ວ່າ, ນັບມາຮອດວັນທີ 3 ທັນວາປີ 2022, ເສັ້ນທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານ 8,5 ລ້ານເທື່ອຄົນ, ຂົນສົ່ງສິນຄ້າ 11,2 ລ້ານໂຕນ, ບົດບາດທີ່ເປັນເສັ້ນທາງຄຳພົ້ນເດັ່ນຂຶ້ນ, ກາຍເປັນຜະລິດຕະພັນສາທາລະນະສາກົນ ແລະ ເວທີຮ່ວມມືສາກົນທີ່ໄດ້ຮັບຄວາມນິຍົມຊົມຊອບຢ່າງຫຼວງຫຼາຍ.