“ເສັ້ນທາງແຫ່ງຄວາມສຸກ” ຢູ່ທ່າມກາງເຂດພູດອຍ

2022-12-04 15:15:00 CRI

ບ້ານອາປູໂລຮາ,ຕັ້ງຢູ່ກິ່ງແຂວງລຽງສ່ານແຂວງເສສວນຈີນ, ແມ່ນບ້ານນ້ອຍທີ່ມີປະຊາກອນພຽງແຕ່ 200 ກວ່າຄົນເທົ່ານັ້ນ.ບ້ານນ້ອຍໆທີ່ຢູ່ທ່າມກາງເຂດພູດອຍແຫ່ງນີ້, ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ຍ້ອນເປັນບ້ານບໍລິຫານສຸດທ້າຍ ໃນທົ່ວປະເທດຈີນທີ່ມີທາງຫຼວງ ເນັ່ງຜ່ານ ໃນບັ້ນລຶບລ້າງຄວາມທຸກຍາກ. ຫຼັງຈາກມີທາງຫຼວງ ເນັ່ງຜ່ານເປັນເວລາ 2 ປີປາຍ, ຊີວິດການເປັນຢູ່ຂອງຊາວບ້ານບ້ານອາປູໂລຮາໄດ້ມີການປ່ຽນແປງແບບໜ້າມືເປັນຫຼັງມື.



ການມີທາງຫຼວງເສັ້ນໜຶ່ງເຂົ້າມາເຖິງໜ້າເຮືອນ, ແມ່ນຄວາມໃຝ່ຝັນຂອງຊາວບ້ານ ບ້ານອາປູໂລຮາ ທຸກເຊັ່ນຄົນ. ຄຳວ່າ ອາປູໂລຮາ ໃນພາສາເຜົ່າອີມີຄວາມໝາຍວ່າ “ບ່ອນທີ່ບໍ່ຄ່ອຍມີຄົນໄປເຖິງ”, ມີພູອ້ອມຮອບ 3 ດ້ານ, ອີກດ້ານໜຶ່ງໃກ້ຜາ, ທາງອອກໄປນອກບ້ານມີຄວາມທຸລະກັນດານ ແລະ ສູງຊັນ, ເຄື່ອງໃຊ້ປະຈຳວັນມີແຕ່ຂົນສົ່ງດ້ວຍແຮງຄົນ ຫຼື ມ້າ, ໃນຕະຫຼອດຊີວິດຂອງຊາວບ້ານສ່ວນໃຫຍ່ບໍ່ເຄີຍອອກໄປນອກ ຈັກເທື່ອ.

 


ທ່ານຈີເລຈືຢື້ ເລຂາໜ່ວຍພັກ ບ້ານອາປູໂລຮາໃຫ້ຮູ້ວ່າ: ກ່ອນມີຫຼວງເນັ່ງຜ່ານ, ເຄື່ອງປູກຂອງຝັງຂອງພວກເຮົາບໍ່ສາມາດເອົາໄປຂາຍຢູ່ນອກໄດ້, ມີແຕ່ປ່ອຍໃຫ້ເນົ່າໄປລ້າໆ.



ໃນທ້າຍປີ 2019, ຄຽງຄູ່ກັບບັ້ນລຶບລ້າງຄວາມທຸກຍາກກ້າວສູ່ລວງເລິກ, ທາງຫຼວງເສັ້ນໜຶ່ງທີ່ເນັ່ງເຂົ້າໄປເຖິງ ບ້ານອາປູໂລຮາໄດ້ລົງມືກໍ່ສ້າງຢູ່ຕາມພູຜາສູງຊັນ. ເພື່ອແກ້ໄຂຂໍ້ຫຍຸ້ງຍາກໃນການກໍ່ສ້າງທາງຫຼວງ ກິໂລແມັດສຸດທ້າຍ, ຜູ້ກໍ່ສ້າງຍັງໄດ້ໃຊ້ຍົນເຮລີກົບເຕເພື່ອຂົນສົ່ງເຄື່ອງຈັກຂະໜາດໃຫຍ່ເຂົ້າໄປເຂດພູດອຍ. ບ້ານອາປູໂລຮາຈຶ່ງໄດ້ຮັບຄວາມສົນໃຈຈາກຊາວໂລກ.



ເດືອນພຶດສະພາປີ 2020, ທາງປູຢາງທີ່ມີຄວາມຍາວ 3,8 ກິໂລແມັດໄດ້ເຂົ້າເຖິງໜ້າເຮືອນປະຊາຊົນບ້ານບ້ານອາປູໂລຮາ. ເມື່ອມີທາງເນັ່ງຜ່ານ, ເຄື່ອງປ່າຂອງດົງທີ່ຂາຍບໍ່ອອກໃນເມື່ອກ່ອນກໍເລີ່ມຂາຍດິບຂາຍດີໃນຕະຫຼາດ.


ປັດຈຸບັນນີ້, ບ້ານອາປູໂລຮາໄດ້ພັດທະນາທຸລະກິດໝາກສະໝອງລິງ, ໝາກກ້ຽງ, ນ້ຳເຜີ້ງ, ຢາພື້ນເມືອງ ແລະອື່ນໆ. ຢູ່ໃນບ້ານຍັງພວມສ້າງໂຮງແຮມແບບໂຮມສະເຕ, ຄ້າຍຊົມດວງດາວ, ແລະ ໂຄງການທ່ອງທ່ຽວຊົນນະບົດອື່ນໆ, ຊາວບ້ານເຕັມໄປດ້ວຍຄວາມກະຕືລືລົ້ນບົນເສັ້ນທາງສ້າງຄວາມຈະເລີນຮຸ່ງເຮືອງ.