ເວທີເປິກສາຫາລືການຮ່ວມມືດ້ານເສດຖະກິດຈີນ-ມຽນມາຈັດຂຶ້ນຢູ່ນະຄອນຢ້າງກຸ້ງ

2022-12-04 12:05:34 CRI

 

    ວັນທີ 2 ທັນວານີ້ຕາມເວລາທ້ອງຖິ່ນ, ເວທີເປິກສາຫາລືການຮ່ວມມືດ້ານເສດຖະກິດຈີນ-ມຽນມາ ພາຍໃຕ້ຫົວຂໍ້ “ການພັດທະນາໃໝ່ຂອງຈີນ ແລະການຮ່ວມມືຈີນ-ມຽນມາ” ໄດ້ຈັດຂຶ້ນຢູ່ສໍານັກງານໃຫຍ່ຂອງສະຫະພັນການຄ້າແລະອຸດສາຫະກຳມຽນມາທີ່ ນະຄອນຢ້າງກຸ້ງຂອງມຽນມາ, ມີບຸກຄົນຈາກວົງການການຄ້າແລະອຸດສາຫະກໍາຂອງຈີນແລະມຽນມາຮ້ອຍກວ່າຄົນໄດ້ເຂົ້າຮ່ວມເວທີເປິກສາຫາລືດັ່ງກ່າວ.


    ໂອກາດນີ້, ບຸກຄົນຈາກວົງການການຄ້າແລະອຸດສາຫະກໍາຂອງຈີນແລະມຽນມາ ໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງເລິກເຊິ່ງກ່ຽວກັບການຮ່ວມກັນສ້າງຄູ່ຮ່ວມຊາຕາກໍາຈີນ-ມຽນມາ, ການລົງເລິກການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດເສດຖະກິດ-ການຄ້າແລະອື່ນໆ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງແລະຫົວຂໍ້ອື່ນໆ.


    ວັນທີ 1 ພຶດສະພາປີ 2022, "ສັນຍາການພົວພັນ ຄູ່ຮ່ວມເສດຖະກິດ ຮອບດ້ານຂອງພາກພື້ນ" ຫຼື RCEP ໄດ້ມີຜົນສັກສິດລະຫວ່າງຈີນ-ມຽນມາ ເຊິ່ງໄດ້ນໍາເອົາໂອກາດໃໝ່ໃຫ້ແກ່ການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງສອງປະເທດ. ພ້ອມດຽມກັນນີ້, ໂຄງການຮ່ວມມືທີ່ນອນຢູ່ໃນຂໍ້ລິເລີ່ມ“ໜຶ່ງແລວ ໜຶ່ງ ເສັ້ນທາງ”ລະຫວ່າງຈີນ-ມຽນມາກໍພວມໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ. ບຸກຄົນຈາກວົງການການຄ້າຂອງສອງປະເທດຈີນ-ມຽນມາໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງເລິກເຊິ່ງໂດຍປິ່ນອ້ອມໂຄງການສໍາຄັນເຫຼົ່ານີ້ແລະບັນຫາທີ່ຕ້ອງໄດ້ແກ້ໄຂໃນການຮ່ວມມືດ້ານເສດຖະກິດ-ການຄ້າ.