ຫ້ອງຮຽນຫຼາກຫຼາຍສີສັນຊ່ວຍນັກຮຽນພິການຫູປະກອບອາຊີບ

2022-12-05 15:03:39 CRI


 


ເພື່ອຊ່ວຍໃຫ້ນັກຮຽນພິການຫູສາມາດຢູ່ຮ່ວມກັບສັງຄົມໄດ້ດີກວ່າເກົ່າ, ຢູ່ໂຮງຮຽນສຶກສາພິເສດຂອງນະຄອນຊວນໂຈ່ແຂວງຟູຈ້ຽນຈີນໄດ້ເປີດຫຼັກສູດອາຊີວະສຶກສາແບບສົມບູນ 15 ວິຊາ ເຊັ່ນ: ຕັດຜົມ, ເຮັດເຄື່ອງປັ້ນດິນເຜົາ, ເຄື່ອງເຄືອບເງົາ, ຜະລິດຊານົມ, ແກະສະຫຼັກ ແລະອື່ນໆ, ເພື່ອຍົກລະດັບສີມືແຮງງານຂອງນັກຮຽນ ແລະເປີດກວ້າງຊ່ອງທາງປະກອບອາຊີບໃຫ້ນັກຮຽນ. ທາງໂຮງຮຽນຍັງໄດ້ສ້າງເວທີຊ່ວຍເຫຼືອສ້າງທຸລະກິດ ແລະ ປະກອບອາຊີບໃຫ້ນັກຮຽນພິການຫູ ພ້ອມທັງຍົກສູງອັດຕາປະກອບອາຊີບຂອງນັກຮຽນພິການຫູຕື່ມອີກ.