ລົດພະລັງງານໃໝ່ຂອງຈີນ ເສີມຂະຫຍາຍບົດບາດໃນການຈັດການແຂ່ງຂັນເຕະບານໂລກທີ່ກາຕາແບບສີຂຽວ

2022-12-05 11:01:47 cri

 

    ການແຂ່ງຂັນເຕະບານໂລກກາຕາພວມຈັດຂຶ້ນຢ່າງດຸເດືອດ, ຢູ່ຕາມຖະໜົນຫົນທາງຂອງນະຄອນຫຼວງໂດຮາປະເທດກາຕາ, ລົດບັດຫຼາກຫຼາຍສີສັນທີ່ບັນທຸກຜູ້ໂດຍສານໄດ້ແລ່ນຜ່ານເລື້ອຍໆ. ລົດບັດເຫຼົ່ານີ້ສ່ວນໃຫຍ່ແມ່ນລົດໂດຍສານພະລັງງານໃໝ່ທີ່ຜະລິດໂດຍຈີນ. ລົດໂດຍສານພະລັງງານໃໝ່ທີ່ເປັນມິດກັບສິ່ງແວດລ້ອມທີ່ຜະລິດໂດຍຈີນ ໄດ້ກາຍເປັນກໍາລັງແຮງສໍາຄັນໃນການຮັບປະກັນບໍລິການຂົນສົ່ງໃນການແຂ່ງຂັນເຕະບານຄັ້ງນີ້, ທັງເປັນການຢັ້ງຢືນອີກອັນໜຶ່ງທີ່ຜະລິດຕະພັນຂອງຈີນໄດ້ຮັບການຮັບຮອງຈາກສາກົນ.

    ທ່ານ ເວີ້ຍຢີ່ງເພີງ ປີນີ້ອາຍຸ 33 ປີ, ແມ່ນນັກວິສະວະກອນຂອງວິສາຫະກິດຜະລິດລົດແຫ່ງໜຶ່ງຂອງຈີນທີ່ປະຈໍາຢູ່ປະເທດກາຕາ. ປີ 2020, ລົດໂດຍສານທີ່ຜະລິດໂດຍວິສາຫະກິດແຫ່ງນີ້ ປະມູນໄດ້ໂຄງການລົດບໍລິການການແຂ່ງຂັນເຕະບານກາຕາ, ບວກກັບໃບສັ່ງຈອງເພີ່ມຕາມຫຼັງ, ປະເທດກາຕາໄດ້ນໍາເຂົ້າລົດໂດຍສານປະມານ 1.500 ຄັນຈາກຈີນ, ໃນນັ້ນ, ມີລົດໂດຍສານທີ່ໃຊ້ໄຟຟ້າຈໍານວນ 888 ຄັນ.

    ລົດໂດຍສານພະລັງງານໃໝ່ງວດນີ້ກວມ 25% ຂອງຍອດຈໍານວນລົດຮັບໃຊ້ການແຂ່ງຂັນເຕະບານໂລກ. ລົດເຫຼົ່ານີ້ຕົ້ນຕໍແມ່ນຮັບໃຊ້ລະບົບຄົມມະນາຄົມສາທາລະນະຂອງນະຄອນຫຼວງໂດຮາ, ຮັບຜິດຊອບການເດີນທາງພາຍໃນຕົວເມືອງຂອງກອງເຊຍຈາກບັນດາປະເທດ, ເຈົ້າໜ້າທີ່ສະຫະພັນບານເຕະສາກົນ ແລະສື່ມວນຊົນ, ພ້ອມທັງໃຫ້ບໍລິການຂົນສົ່ງລະຫວ່າງສະຖານີລົດໄຟໃຕ້ດິນ, ສະຖານີລົດເມ ກັບສະໜາມກິລາຂອງການແຂ່ງຂັນເຕະບານໂລກ.    ທ່ານ ເວີ້ຍຢີ່ງເພີງ ແລະເພື່ອນຮ່ວມງານ ແມ່ນຮັບຜິດຊອບໜ້າທີ່ຮັບປະກັນຢ່າງຮອບດ້ານ, ເຊັ່ນ: ກວດລົດ, ສ້ອມແປງອາໄຫຼ່, ກວດ ແລະແກ້ໄຂບັນຫາຂັດຂ້ອງ  ແລະ ກໍລະນີສຸກເສີນແລະອື່ນໆ.

 


    ທ່ານ ເວີ້ຍຢີ່ງເພີງ ເວົ້າວ່າ: ຍ້ອນວ່າອາກາດຂອງປະເທດກາຕາຮ້ອຍຫຼາຍ, ເຊິ່ງເປັນສິ່ງທ້າທາຍສໍາລັບແບັດເຕີຣີໃນລົດ, ພວກເຮົາຕ້ອງຕິດຕາມກວດກາປະລິມານໄຟຟ້າ ແລະ ສະພາບການໃຊ້ງານຂອງແບັດເຕີຣີໃນລົດພະລັງງານໃໝ່ຈໍານວນ 888 ຄັນໄດ້ທຸກເວລາໂດຍຜ່ານໂປຣແກຣມ. ແຕ່ລະມື້, ພວກເຮົາຍັງຕ້ອງກວດກາລະບົບຕ່າງໆຂອງລົດ, ເຊັ່ນ: ລະບົບເຄື່ອງປັບອາກາດ, ລະບົບໄຟ, ລະບົບຮັບປະກັນຄວາມປອດໄພ ແລະອື່ນໆ ເພື່ອຮັບປະກັນລົດໂດຍສານຂອງພວກເຮົາໃຫ້ສາມາດໃຊ້ງານຢ່າງສະເໝີຕົ້ນສະເໝີປາຍ ແລະມີປະສິດທິພາບສູງໃນໄລຍະຈັດການແຂ່ງຂັນເຕະບານໂລກ.

    ປະເທດກາຕາມີຊັບພະຍາກອນນໍ້າມັນເຊື້ອໄຟ ແລະ ອາຍແກັສທໍາມະຊາດທີ່ອຸດົມສົມບູນ, ກ່ອນລົດພະລັງງານໃໝ່ຂອງຈີນເຂົ້າສູ່ກາຕາ, ປະເທດນີ້ແມ່ນເກືອບບໍ່ມີລົດພະລັງງານໃໝ່, ລົດພະລັງງານເຊື້ອໄຟກວມເອົາຕະຫຼາດທັງໝົດ.  ເພື່ອປະຕິບັດຕາມຄໍາໝັ້ນສັນຍາ ໃນການຈັດການແຂ່ງຂັນເຕະບານໂລກທີ່ປ່ອຍກາກບອນຕໍ່າ ທັງຊຸກຍູ້ກາຕາປັບປຸງໂຄງປະກອນເສດຖະກິດ ແລະ ພັດທະນາເສດຖະກິດຕາມທິດຫຼາຍເຄົ້າ, ລັດຖະບານກາຕາໄດ້ຕັ້ງໜ້າຊຸກຍູ້ການພັດທະນາຂອງຂະແໜງການພະລັງງານໃໝ່ ແລະ ສົ່ງເສີມການອອກເດີນທາງຕາມທິດສີຂຽວໃນຂົງເຂດຄົມມະນາຄົມສາທາລະນະ.

    ຈີນມີທ່າແຮງນໍາໜ້າໃນຂົງເຂດລົດໂດຍສານພະລັງງານໃໝ່ ຈຶ່ງກາຍເປັນເປົ້າໝາຍການຮ່ວມມືຂອງປະເທດກາຕາ. ວິສາຫະກິດຈີນກໍກາຍເປັນຄູ່ຮ່ວມມືພຽງໜຶ່ງດຽວຂອງລົດເມໄຟຟ້າຂອງກາຕາ.

 

    ທ່ານ ອາເມດ ອັນ ໂອໄບດຣີ ຫົວໜ້າຜູ້ດໍາເນີນງານຂອງລັດວິສາຫະກິດຂົນສົ່ງແຫ່ງຊາດກາຕາກ່າວວ່າ: ອີງຕາມວິໄສທັດແຫ່ງຊາດປີ 2030 ຂອງກາຕາ, ເປົ້າໝາຍຂອງພວກເຮົາແມ່ນປ່ຽນລົດທັງໝົດຂອງບໍລິສັດ ລວມທັງລົດໂດຍສານ ແລະ ລົດທີ່ມີນໍ້າໜັກເບົາ ໃຫ້ເປັນລົດທີ່ປະຢັດພະລັງງານງານ ແລະອະນຸລັກສິ່ງແວດລ້ອມ. ໃນຫຼາຍເດືອນທີ່ຜ່ານມາ, ພວກເຮົາໄດ້ປ່ຽນລົດເມຈໍານວນໜຶ່ງເປັນລົດໂດຍສານພະລັງງານໃໝ່.     

    ໂດຍແນໃສ່ເອກະລັກພິເສດດ້ານດິນຟ້າອາກາດຂອງກາຕາ ຄື: ອຸນຫະພູມສູງ, ລົມແຮງ ແລະພະຍຸຊາຍທີ່ຮຸນແຮງ, ວິສາຫະກິດຜະລິດລົດຂອງຈີນ ໄດ້ຄົ້ນຄວ້າ ແລະຜະລິດລົດໂດຍສະເພາະ ໂດຍໄດ້ປັບປຸງລົດໃຫ້ເໝາະກັບສະພາບຕົວຈິງຂອງກາຕາ, ປະດິດສ້າງ ແລະ ອອກແບບລະບົບເຄື່ອງປັບອາກາດ ແລະແບັດເຕີຣີໃໝ່, ບໍ່ພຽງແຕ່ຮັບປະກັນໃຫ້ແບັດເຕີຣີສາມາດແລ່ນໄດ້ໄລຍະທາງຍາວກວ່າເກົ່າເທົ່ານັ້ນ ຍັງໄດ້ຍົກສູງລະດັບຄວາມປອດໄພ ແລະໃຊ້ງານແບັດເຕີຣີໄດ້ດົນນານກວ່າເກົ່າອີກດ້ວຍ. ລົດໂດຍສານເຫຼົ່ານີ້ຍັງໄດ້ຕິດຕັ້ງອຸປະກອນກັນດິນຊາຍ, ເຮັດໃຫ້ເຄື່ອງຈັກໃຊ້ງານຢູ່ທາງຂຸມ ແລະທາງຂີ້ດິນໄດ້ຕາມປົກກະຕິ, ຮັບປະກັນການບໍລິການການແຂ່ງຂັນເຕະບານໂລກຢ່າງໝັ້ນທ່ຽງ ແລະມີປະສິດທິພາບສູງ. 

    ນອກຈາກສົ່ງອອກພະລິດຕະພັນ ຄືລົດໂດຍສານຂອງຕົນແລ້ວ, ວິສາຫະກິດຜະລິດລົດຂອງຈີນ ຍັງໄດ້ດໍາເນີນການຮ່ວມມືກັບກາຕາຢ່າງລົງເລິກ, ໂດຍຈະສ້າງໂຮງງານຜະລິດລົດໂດຍສານພະລັງງານໃໝ່ຢູ່ເຂດການຄ້າເສລີກາຕາ.

    ທ່ານ ເພີງຊວີ້ ຮອງຫົວໜ້າຝ່າຍການຕະຫຼາດຢູ່ຕ່າງປະເທດຂອງວິສາຫະກິດຜະລິດລົດຈີນແຫ່ງໜຶ່ງ ແນະນໍາໃຫ້ຮູ້ວ່າ: ໂຮງງານຜະລິດລົດໂດຍສານະລັງງານໃໝ່ ມີແຜນຈະເລີ່ມຜະລິດໃນປີ 2023, ຈະຜະລິດລົດໂດຍສານພະລັງງານໃໝ່ 500-1000 ຄັນໃນແຕ່ລະປີໃຫ້ແກ່ປະເທດກາຕາ. ພ້ອມກັນນັ້ນ, ພວກເຮົາຍັງຈະດໍາເນີນການຮ່ວມມືລະຫວ່າງວິສາຫະກິດ ແລະໂຮງຮຽນຢູ່ກາຕາ ເພື່ອສ້າງບຸກຄະລາກອນດ້ານເຕັກນິກພະລັງງານໃໝ່ໃຫ້ແກ່ກາຕາ, ຊ່ວຍເຫຼືອກາຕາບັນລຸການປ່ຽນໂຄງປະກອບຄົມມະນາຄົມສາທາລະນະຕາມທິດສີຂຽວ. 


  
    ການແຂ່ງຂັນເຕະບານໂລກຄັ້ງນີ້ ໄດ້ເພີ່ມພະລັງແຮງໃໝ່ເຂົ້າໃນການພັດທະນາຂະແໜງການພະລັງງານໃໝ່ຂອງກາຕາ. ພາຍຫຼັງການແຂ່ງຂັນເຕະບານໂລກສິ້ນສຸດລົງ, ລົດໂດຍສານໄຟຟ້າທີ່ນໍາເຂົ້າຈາກປະເທດຈີນຊຸດນີ້ຈະກາຍເປັນພາກສ່ວນອັນສໍາຄັນຂອງຄົມມະນາຄົມສາທາລະນະປະເທດກາຕາ ແລະຮັບໃຊ້ລະບົບຂົນສົ່ງທາງບົກຂອງທ້ອງຖິ່ນເປັນໄລຍະຍາວ.
    ການແຂ່ງຂັນເຕະບານໂລກກາຕາແມ່ນຄັ້ງທໍາອິດທີ່ລົດໂດຍສານພະລັງງານໃໝ່ຮັບໃຊ້ການແຂ່ງຂັນເຕະບານໂລກ, ທັງແມ່ນການແຂ່ງຂັນກິລາລະດັບສາກົນໄດ້ນໍາເຂົ້າລົດໂດຍສານພະລັງງານໃໝ່ຂອງຈີນຈໍານວນຫຼວງຫຼາຍເປັນຄັ້ງທໍາອິດ. ລົດໂດຍສານພະລັງງານໃໝ່ຂອງຈີນ ແມ່ນໜຶ່ງໃນຫຼາຍຜະລິດຕະພັນຈີນທີ່ມີສ່ວນຮ່ວມໃນການແຂ່ງຂັນເຕະບານໂລກກາຕາ, ທັງເປັນການຢັ້ງຢືນອັນເຂັ້ມແຂງທີ່ຜະລິດຕະພັນຈີນໄດ້ຮັບການຮັບຮອງຈາກສາກົນ.