ປະທານາທິບໍດີຕູຣາເຄຍກ່າວວ່າ: ຕູຣາເຄຍແລະຣັດເຊຍຈະຮ່ວມກັນສ້າງສູນສະ ໜອງອາຍແກັສທຳມະຊາດ, ວຽກງານກະກຽມໄລຍະຕົ້ນໄດ້ດຳເນີນແລ້ວ

2022-12-05 15:05:23 CRI


ວັນທີ 4 ທັນວານີ້, ທ່ານເຣເຊັບ ໄຕຢິບ ເອີໂດກັນ ປະທານາທິບໍດີຕູຣາເຄຍກ່າວວ່າ: ຕູຣາເຄຍພວມດຳເນີນວຽກງານກະກຽມໄລຍະຕົ້ນກ່ຽວກັບໂຄງການກໍ່ສ້າງສູນຂົນສົ່ງອາຍແກັສທຳມະຊາດທີ່ຝ່າຍຣັດເຊຍສະເໜີອອກ.


ກາງເດືອນຕຸລາປີນີ້, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ສະເໜີວ່າ: ຝ່າຍຣັດເຊຍສາມາດສະໜອງອາຍແກັສທຳມະຊາດໃຫ້ເອີຣົບໂດຍຜ່ານຕູຣາເຄຍ, ພ້ອມທັງສ້າງສູນອາຍແກັສທຳມະຊາດໃຫຍ່ກວ່າໝູ່ຂອງເອີຣົບຢູ່ຕູຣາເຄຍ.ດ້ວຍເຫດນີ້, ຣັດເຊຍຈະຍ້າຍອາຍແກັສທຳມະຊາດທີ່ຂົນສົ່ງຜ່ານທໍ່ Nord Stream ນັ້ນໄປສູ່ທິດທະເລດຳ, ເພື່ອສະໜອງອາຍແກັສໃຫ້ເອີຣົບໂດຍຜ່ານສູນດັ່ງກ່າວ.