ຂະແໜງການທະນາຄານແລະປະກັນໄພຂອງຈີນຍົກສູງການບໍລິການດ້ານການເງິນຕໍ່ກະສິກຳ, ຊາວກະສິກອນແລະຊົນນະບົດຢ່າງບໍ່ຢຸດຢັ້ງ

2022-12-05 15:05:16 cri


ອີງຕາມຂໍ້ມູນຫຼ້າສຸດຈາກຄະນະກຳມະການຕິດຕາມຄຸ້ມຄອງທະນາຄານແລະປະກັນໄພຈີນໃຫ້ຮູ້ວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຂະແໜງການທະນາຄານແລະປະກັນໄພໄດ້ຍົກສູງການບໍລິການດ້ານການເງິນຕໍ່ກະສິກຳ, ຊາວກະສິກອນ ແລະຊົນນະບົດ ໃຫ້ມີການປົກຄຸມຢ່າງກວ້າງຂວາງ, ຊົມໃຊ້ໄດ້ ແລະມີຄວາມດຸນດ່ຽງ.

ອີງຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນຕຸລາ 2022, ຍອດຈຳນວນເງິນກູ້ດ້ານກະສິກຳໃນທົ່ວປະເທດຈີນແມ່ນ 48.540 ຕື້ຢວນ, ເພີ່ມຂຶ້ນ 13,66% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງຫຼາຍກວ່າຈັງຫວະການເຕີບໂຕສະເລ່ຍຂອງເງິນກູ້ລາຍການຕ່າງໆເຖິງ 3,16%. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຄະນະກຳມະການຕິດຕາມຄຸ້ມຄອງທະນາຄານແລະປະກັນໄພຈີນໄດ້ຊີ້ນຳທະນາຄານແລະສະຖາບັນປະກັນໄພໄປຕັ້ງຈຸດບໍລິການ ແລະເປີດກວ້າງການບໍລິການຢູ່ເຂດຊົນນະບົດ ເຊິ່ງໄດ້ແກ້ໄຂບັນຫາການບໍລິການດ້ານການເງິນຢ່າງມີປະສິດທິຜົນ, ປັດຈຸບັນໄດ້ບັນລຸໃຫ້ທຸກຕາແສງມີອົງການບໍລິການ ແລະທຸກບ້ານມີການບໍລິການໂດຍພື້ນຖານ.