ດັດຊະນີ PMI ໃນເດືອນພະຈິກຂອງສິງກະໂປຫຼຸດລົງເມື່ອທຽບໃສ່ເດືອນຕຸລາ

2022-12-05 12:16:38 CRI

    ໜັງສືພິມ “ຫຼຽນເຮີຈາວປ້າວ” ຂອງສິງກະໂປລາຍງານໃນວັນທີ 5 ທັນວານີ້ວ່າ: ອີງຕາມຂໍ້ມູນທີ່ອົງການ SPGI ເປີດເຜີຍໃຫ້ຮູ້ໃນມື້ດຽວກັນວ່າ, ດັດຊະນີຜູ້ຈັດການຝ່າຍຈັດຊື້ຫຼື PMI ໃນເດືອນພະຈິກຂອງສິງກະໂປບັນລຸ 56,2%. ຫຼຸດລົງເມື່ອທຽບໃສ່ເດືອນຕຸລາທີ່ຢູ່ໃນລະດັບ 57,7%.ໃນນັ້ນ, ຈັງຫວະການເຕີບໂຕໃນຂົງເຂດເສດຖະກິດພາກເອກະຊົນຊ້າລົງພາຍຫຼັງໄດ້ເພີ່ມຂຶ້ນເປັນເວລາ 24 ເດືອນລຽນຕິດ.


    ບົດລາຍງານລະບຸວ່າ: ການແພ່ລະບາດຂອງພະຍາດໂຄວີດ-19 ໄດ້ຕັດຕ່ອງໂສ້ການສະໜອງ, ບວກກັບການຂາດເຂີນຊັບພະຍາກອນມະນຸດເປັນສາເຫດຕົ້ນຕໍເຮັດໃຫ້ຈັງຫວະການເຕີບໂຕຂອງຂົງເຂດເສດຖະກິດພາກເອກະຊົນຊ້າລົງ. ພ້ອມດຽວກັນນີ້, ຜົນການສໍາຫຼວດໄດ້ແຈ້ງໃຫ້ຮູ້ວ່າ, ຄວາມໝັ້ນໃຈດ້ານການຄ້າຕໍ່ຂົງເຂດເສດຖະກິດພາກເອກະຊົນໄດ້ຫຼຸດໜ້ອຍລົງ ເຊິ່ງສ່ອງແສງໃຫ້ເຫັນເຖິງຄວາມສ່ຽງທີ່ຈັງຫວະການເຕີບໂຕຈະຫຼຸດລົງຕື່ມອີກໃນຕໍ່ໜ້າ.


    ໃນກໍລະນີທີ່ດັດຊະນີ PMI ສູງກວ່າ 50%, ໝາຍຄວາມວ່າເສດຖະກິດຢູ່ໃນສະພາບທີ່ຂະຫຍາຍຕົວ, ກົງກັນຂ້າມຖ້າໜ້ອຍກວ່າ 50% ໝາຍຄວາມວ່າເສດຖະກິດຢູ່ໃນສະພາບທີ່ຫົດຕົວ.